ຜົນການ​ລົງ​ປະ​ຊາ​ມະ​ຕິ​ຫຼ້າ​ສຸດ​ຂອງ​ຟີ​ລິບ​ປິນ​ສະ​ແດງ​ໃຫ້​ເຫັນ​ວ່າ ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ແມ່ນ 65%
2018-04-28 11:11:48  cri 
ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ຫຼ້າ​ສຸດ​ຂອງສະ​ຖາ​ນີອາ​ກາດ​ສັງ​ຄົມ​​ຫຼື SWS  ເຊິ່ງ​ເປັນ​ອົງ​ການ​ສຳ​ຫຼວດ​ປະ​ຊາ​ມະ​ຕິຟີ​ລິບ​ປິນສະ​ແດງ​ໃຫ້​ເຫັນ​ວ່າ, ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ແມ່ນ 65%, ອົງ​ການນີ້​ເຫັນ​ວ່າ​ແມ່ນ​ຜົນ​ດີ​ຫຼາຍ. ກ່ຽວ​ກັບ​ຜົນ​ການ​ລົງປະ​ຊາ​ມະ​ຕິ, ທ່ານ ຮາ​ຣີ ໂຣ​ຄີ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 27 ເມ​ສາ​ນີ້​ວ່າ, ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ທີ່​ໄດ້​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ.

ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ຫຼ້າ​ສຸດຄັ້ງ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້ ຄອບ​ຄົວ​ທີ່​ຕົນ​ເອງ​ຮູ້​ສຶກວ່າ​ທຸກ​ຍາກ​ຢູ່​ຟີ​ລິບ​ປິນ​ໄດ້​ຫຼຸດ​ລົງ​ເປັນ 42% ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່,ຕົວ​ເລກນີ້​ໄດ້​ຫຼຸດ​ລົງ​ເມື່ອ​ທຽບ​ໃສ່​ຜົນ​ການ​ລົງປະ​ຊາ​ມະ​ຕິ​ 44% ໃນ​ເດືອນ​ທັນ​ວາ​ປີ 2017 . ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ ໂຣ​ຄີ ກ່າວ​ວ່າ​ຄວາມ​ພະ​ຍາ​ຍາມ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຟີ​ລິບ​ປິນ​ພວມ​ໄດ້​ຮັບ​ຄວາມ​ຄືບ​ໜ້າ. ລັດ​ຖະ​ບານ​ຟີ​ລິບ​ປິນ​ຈະ​ເພີ່ມ​ທະ​ວີ​ກົນ​ໄກ​ປ້ອງ​ກັນ​ສັງ​ຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ