ຕຳຫຼວດ​ຫວຽດ​ນາມມອບ​ຜູ້​ຕ້ອງ​ຫາ 8 ຄົນ​ໃຫ້​ຝ່າຍ​ຈີນ
2018-04-29 10:52:21  cri 
ຕອນ​ຄ່ຳ​ວັນ​ທີ 28 ເມ​ສາ​ນີ້, ຢູ່​ສະ​ໜາມ​ບິນ​ສາ​ກົນໂນ້ຍ​ບາຍ​ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ຂອງ​ຫວຽດ​ນາມ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດ​ນາມ​ໄດ້​ມອບ​ຜູ້​ຕ້ອງ​ຫາ 8 ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ຖານ​ໂທດຫຼອກ​ລວງ​ໃຫ້​ແກ່​ໜ່ວຍ​ງານ​ຕຳຫຼວດ​ຝ່າ​ຍ​ຈີນ.

ຕາມ​ການ​ສຳຫຼວດ, ໃນ​ປີ 2016, ຜູ້​ຕ້ອງ​ຫາ 8 ຄົນ​ທີ່​ດັ່ງ​ກ່າວໄດ້​ນຳ​ໃຊ້ "ຕະຫຼາດ​ຄ້າ​ຂາຍ​ສິນ​ຄ້າ​ລາຍ​ໃຫຍ່"ໃດ​ໜຶ່ງ​ຕົວະ​ໃຫ້​ຜູ້​ບໍ​ລິ​ໂພກ​ລົງ​ທຶນ, ແລະຫຼອກ​​ເອົາ​ເງິນ​​ທີ່​​ເປັນ​ມູນ​ຄ່າ 30 ລ້ານກວ່າ​ຢວນ. ຫຼັງ​ຈາກ​ກໍ່​ຄະ​ດີ​ແລ້ວ, 8 ຄົນ​ນີ້​ໄດ້​ຫຼົບ​ໜີ​ໄປ​ລີ້​ຢູ່​ຫວຽດ​ນາມ.

ຕຳຫຼວດ​ຈີນ ແລະ​ຕຳຫຼວດ​ຫວຽດ​ນາມ​ໄດ້​​ຮ່ວມ​ມືກັ​ນ​ໃນ​ການ​ໄລ່​ຈັບ​ຜູ້​ກະ​ທຳ​ຜິດ​ຕະຫຼອດ​ມາ, ແຕ່​ຕົ້ນ​ປີ 2018 ເປັນ​ຕົ້ນ​ມາ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດ​ນາມ​ໄດ້​ມອບ​ຜູ້​ຕ້ອງ​ຫາ​ຄົນ​ຈີນ​ທີ່​ໂຕນ​ໜີໄປ​ຫວຽດ​ນາມປະ​ມານ 30 ຄົນ​ໃຫ້​ຝ່າຍ​ຈີນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ