ເຂດ​ເສດ​ຖະ​ກິດ​ພິ​ເສດ​ ແລະ​ເຂດ​ເສດ​ຖະ​ກິດ​ສ​ະ​ເພາະ​ລາວ​ໄດ້​ດຶງ​ດູດ​ເງິນ​ລົງ​ທຶນ​ຢ່າງຫຼວງຫຼາຍ
2018-04-29 15:16:23  cri 
ບົດ​ລາຍ​ງານ​ສະ​ບັບຫຼ້າ​ສຸດ​ຂອງ​ລັດ​ຖະ​ບານ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ປີ 2002 ເປັນ​ຕົ້ນ​ມາ, ຢູ່​ໃນ​ທົ່ວ​ປະ​ເທດ​ລາວ​ໄດ້​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ ແລະ​ເຂດ​ເສດ​ຖະ​ກິດ​ສ​ະ​ເພາະ​ທັງ​ໝົດ 12 ແຫ່ງ, ໃນ​ເວ​ລາ 16 ປີ​ຜ່ານ​ມາ, ໄດ້​ມີ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ລົງ​ທຶນ​ທັງ​ໝົດ​ປະ​ມານ 2 ຕື້​ໂດ​ລາ​ສະ​ຫະ​ລັດ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ກ່າວ​ວ່າ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ມີ​ວິ​ສາ​ຫະ​ກິດ​ລາວ ແລະ​ຕ່າງ​ປະ​ເທດ 377 ແຫ່ງ​ໄດ້​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດເຂດ​ເສດ​ຖະ​ກິດ​ພິ​ເສດ​ ແລະ​ເຂດ​ເສດ​ຖະ​ກິດ​ສ​ະ​ເພາະ​, ກວ​ມ​ເນື້ອ​ທີ່19612 ເຮັກ​ຕາ, ​ລວມຍອດທຶ​ນ​ລົງ​ທະ​ບຽນ​​ບັນ​ລຸ 8 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນ​ໄດ້​ນຳ​ໃຊ້ 1,8 ຕື້​ໂດ​ລາ​ແລ້ວ.

ເຂດ​ເສດ​ຖະ​ກິດ​ພິ​ເສດ​ ແລະ​ເຂດ​ເສດ​ຖະ​ກິດ​ສ​ະ​ເພາະ​ໄດ້​ສ້າງ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ເຖິງ 20 ລ້ານ​ໂດ​ລາ, ແລະ​ສ້າງ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ​​ໃຫ້​ແກ່​ຄົນ​ລາວ ແລະ​ຄົນ​ຕ່າງ​ປະ​ເທດເຖິງ 20 000ກວ່າ​ຕຳ​ແໜ່ງ, ໃນ​ນັ້ນ​ມີ​ຄົນ​ລ​າວ 9000 ກວ່າ​ຄົນ.

ໃນຫຼາຍ​ປີ​ຜ່ານ​ມາ, ລັດ​ຖະ​ບານ​ລາວ​ໄດ້​ປັບ​ປຸງ​ການ​ຄຸ້ມ​ຄອງເຂດ​ເສດ​ຖະ​ກິດ​ພິ​ເສດ​ ແລະ​ເຂດ​ເສດ​ຖະ​ກິດ​ສ​ະ​ເພາະ​, ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເພື່ອ​ດຶງ​ດູດ​ທຶນ​ເອ​ກະ​ຊົນ​ຈາກ​ລາວ ແລະ​ຕ່າງ​ປະ​ເທດ, ສ້າງ​ໂອ​ກາດ​ປະ​ກອບ​ອ​າ​ຊີບຫຼາຍກວ່າ​ເກົ່າ​ພາຍ​ໃນ​ປະ​ເທດ, ທັງ​ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ.

ໃນ​ດ້ານ​ທ່າ​ແຮງ​ທີ່​ດຶງ​ດູດ​ກາ​ນ​ລົງ​ທຶນ, ນອກ​ຈາກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລ້ວ,ປະ​ເທດ​ລາວ​ຍັງ​ມີ​ທ່າ​ແຮງ​ດ້ານ​ພູມ​ສາດ​ທີ່​ຕັ້ງ​ຢູ່​ໃຈ​ກາງ​ຂອງ​ອະ​ນຸ​ພາກ​ພື້ນ, ຕົ້ນ​ທຶນ​ຄ່າ​ແຮງ​ງານ​ຕ່ຳ, ແລະ​ມີ​ນະ​ໂຍ​ບາຍ​ພິ​ເສດ​ດ້ານ​ພາ​ສີ​(ຫຼື GSP)ຈາກ 50 ກວ່າ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ