ສ ເກົາຫຼີ: ທ່ານກິມເຈິງອຸນກ່າວວ່າຈະປິດສະຖານທີ່ທົດລອງນິວເຄລຍພົງເກຣີທີ່ພາກເໜືອໃນເດືອນພຶດສະພາທີ່ຈະວຽນມານີ້
2018-04-29 15:15:55  cri 
ວັນທີ 29 ເມສານີ້ ຊິນວາເຕ ທຳນຽບປະທານາທິບໍດີສ ເກົາຫຼີກ່າວວ່າ, ໃນເວລາທ່າກິມເຈິງອຸນ ປະທນາຄະນະກຳມະການແຫ່ງລັດ ສປປ ເກົາຫຼີພົບປະກັບທ່ານມູນເຈອິນ ປະທານາທິບໍດີ ສ ເກົາຫຼີໃນວັນທີ 27 ເມສານີ້ ໄດ້ກ່າວວ່າຈະປິດສະຖານທີ່ທົດລອງນິວເຄລຍພົງເກຣີທີ່ພາກເໜືອໃນເດືອນພຶດສະພາທີ່ຈະວຽນມານີ້.

ໃນກອງປະຊຸມຂ່າວທີ່ຈັດຂຶ້ນວັນທີ 29 ເມສານີ້ ທ່ານຢົນຢົງຈັນ ເລຂາທິການໃຫຍ່ຂອງທຳນຽບຊິນວາເຕທີ່ຮັບຜິດຊອບການແລກປ່ຽນລະວຫ່າງປະຊາຊົນໄດ້ເຜີຍໃຫ້ຮູ້ເນື້ອໃນລະອຽດບາງຢ່າງຂອງການພົບປະເຈະລະຈາລະຫວ່າງສອງທ່ານ. ທ່ານກ່າວວ່າ, ທ່ານກິມເຈິງອຸນໄດ້ສະແດງວ່າຈະເປີດເຜີຍຕະຫຼອດຂະບວນການປິດສະຖານທີ່ທົດລອງນິວເຄລຍຕໍ່ປະຊາຄົມໂລກ, ຈະເຊີນວິຊາການ ແລະສື່ມວນຊົນ ສ ເກົາຫຼີແລະອາເມລິກາໄປຢ້ຽມຢາມ ສປປ ເກົາຫຼີ.

ຝ່າຍຊິນວາເຕຍັງກ່າວວ່າ, ທ່ານກິມເຈິງອຸນຕົກລົງປິດສະຖານທີ່ທົດລອງນິວເຄລຍແລະເປີດເຜີຍຂະບວນການປິດສະຖານທີ່ດັ່ງກ່າວຕໍ່ພາຍນອກ ສະແດງໃຫ້ເຫັນວ່າ ສປປ ເກົາຫຼີໄດ້ຢ່ວງບາດກ້າວທີ່ດີເພື່ອດຳເນີນການກວດການິວເຄລຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ