ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 32 ບັນ​ລຸ​ໝາກ​ຜົນ​ຫຼາຍ​ຢ່າງ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ແຂງ​ແລະ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ອາ​ຊຽນ
2018-04-29 17:04:55  cri 

ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 32 ທີ່​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໄດ້​ປິດ​ປະ​ຊຸມໃນ​ວັນ​ທີ 28 ເມ​ສາ​ນີ້. ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດຂຶ້ນ​ຫຼັງ​ກອງ​ປະ​ຊຸມ, ທ່ານ​ລີ​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກ່າວ​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ໄດ້​ບັນ​ລຸໝາກ​ຜົນ​ຫຼາຍ​ຢ່າງ, ​ເຊິ່ງມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ແຂງ​ແລະ​ຫົວ​ຄິດປະ​ດິດ​ສ້າງ​​ຂອງ​ອາ​ຊຽນ.

ທ່ານ​ລີ​ຊຽນ​ລຸງ ກ່າວ​ວ່າ, ກອງ​ປ​ະ​ຊຸມ​ໄດ້​ບັນ​ລຸ​ໝາກ​ຜົນ 3 ຢ່າງ. ຄື: ​ທີໜຶ່ງ​ແມ່ນ​ ຕອນ​ຄ່ຳ​ວັນ​ທີ 27 ເມ​ສາ​ນີ້ ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ປະ​ກາດ​ເອ​ກ​ກະ​ສານວິ​ໄສ​ທັດ​ກ່ຽວ​ກັບ​ການ​ສ້າງອາ​ຊຽນ​ໃຫ້​ມີຄວາມ​ເຂັ້ມ​ແຂງ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​, ອັນໄດ້ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ເຖິງຫຼັກ​ການ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຮ່ວມ​ມື​ອາ​ຊຽນ​ ແລະ​ໄດ້​ບັນ​ລະ​ຍາຍ​ວິ​ໄສ​ທັດ​ຮ່ວມ​ກັນ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຕ່າງໆ​ຢ່າງ​ຈະ​ແຈ້ງ. ທີ​ສອງ​ແມ່ນ​ໄດ້​ສ້າງ​ເຄືອ​ຂ່າຍ​ຕົວ​ເມືອງ​​ທັນ​ສະ​ໄໝຂອງ​ອາ​ຊຽນ, ທີ​ສາມແມ່ນ​ຜູ້​ນຳ​ປະ​ເທດ​ອາ​ຊຽນ​ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ເວັບ​ໄຊ້.

ກອງ​ປະ​ຊຸມ​ຕ່າງໆຂ​ອງ​ອາ​ຊຽນ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 25 ເມ​ສາ​ນີ້. ແຕ່​ວັນ​ທີ 25 ຫາ​ວັນ​ທີ 27 ເມ​ສາ​ນີ້, ເຈົ້າ​ໜ້າ​ທີ່​ປະ​ເທດ​ອາ​ຊຽນຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ປະ​ຊາຄົມ​ເສດ​ຖະ​ກິດ​ອາ​ຊຽນ, ກອງ​ປະ​ຊຸມ ສະ​ພາ​ມົນ​ຕີ​ປະ​ຊາຄົມ​ການ​ເມືອງ-ຄວາມ​​ໝັ້ນ​ຄົງອາ​ຊຽນ​, ​ກ​ອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນແລະ​ກອງ​ປະ​ຊຸມ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ