ເຢຍ​ລະ​ມັນ ຝ​ຣັ່ງ ແລະ​ອັງ​ກິດ​ຈະ​ຮ່ວມ​ກັນ​ຕໍ່​ຕ້ານ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາທີ່​ກະ​ທົບ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ພາບ​ເອີ​ລົບ
2018-04-30 17:04:36  cri 
ວັນ​ທີ 28 ແລະ 29 ເມ​ສາ​ນີ້, ທ່ານ​ນາງ​ແອນ​ເຈີ​ລາ ເມີ​ເຄ​ວ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເອັມ​ມາ​ນິວ​ ມາ​ຄ​ຣອນ, ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ແລະ​ທ່ານ​ນາງ​ເທ​ເຣ​ຊາ ເມ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ໂດຍ​ຜູ້​ນຳ 3 ປະ​ເທດ​ເຫັນ​ດີ​ ຈະ​ຮ່ວມ​ກັນ​ຕໍ່​ຕ້ານ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາທີ່​ກະ​ທົບ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ພາບ​ເອີ​ລົບ, ແລະ​ຫວັງ​ວ່າ​ອາ​ເມ​ລິ​ກາ​​ຈົ່ງສືບ​ຕໍ່​ເປັນ​ສະ​ມາ​ຊິກ​ໃນ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ.

ວັນ​ທີ 29 ເມ​ສາ​ນີ້, ທ່ານ​ສະ​ເຕ​ເຟີນ ໄຊ​ເບີດ, ໂຄ​ສົກ​ລັດ​ຖະ​ບານ​ເຢຍ​ລະ​ມັນ​ກ່າວ​ວ່າ, ໃນ​ເວ​ລາ​ທີ່​ທ່ານ​ນາງ​ເມີ​ເຄ​ວ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ມາ​ຄ​ຣອນ ແລະ​ທ່ານ​ນາງ​ເທ​ເຣ​ຊາ ເມ, ໄດ້​ແລກ​ປ່ຽນ​ສະ​ພາບ​ການ​ທີ່​ຕົນ​ເອງ ແລະ​ທ່ານ​ມາ​ຄຼອນ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້. ໂດຍຜູ້​ນຳ 3 ປະ​ເທດ​ເປັນ​ເອກ​ກະ​ພາບ​ກັນ​ເຫັນ​ວ່າ, ອາ​ເມ​ລິ​ກາ​ບໍ່​ຄວນ​ໃຊ້​ມາດ​ຕະ​ການ​ການ​ຄ້າ​ທີ່​ເປັນ​ປໍ​ລະ​ປັກ​ກັບສະ​ຫະ​ພາບ​ເອີ​ລົບ, ສຳ​ລັບ​ສະ​ຫະ​ພາບ​ເອີ​ລົບ​ເອງ​ກໍ​ຄວນ​ກຽມ​ພ້ອມ​ເປັນ​ຢ່າງ​ດີ​ເພື່ອ​ປົກ​ປ້ອງ​​ຜົນ​ປະ​ໂຫຍດ​ຂອງ​ຕົນ​ໃນ​ລະ​ບົບ​ສາ​ກົນຫຼາຍ​ຝ່າຍ.

ຜູ້​ນຳ 3 ປະ​ເທດ​ຍັງ​ເຫັນ​ວ່າ, ອາ​ເມ​ລິ​ກາ​ຄວນ​ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ, ພ້ອມ​ທັງ​ເນັ້ນ​ເຖິງ​ເຈດ​ຈຳ​ນົງ​ຂອງ 3ປະ​ເທດດັ່ງ​ກ່າວ​ເພື່ອຮ່ວມ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຮ່າງ​ສັນ​ຍາ​ເພີ່ມ​ເຕີມ​ກ່ຽວ​ກັບການ​ຈຳ​ກັດ​ນິວ​ເຄຼຍ ແລະ​ບັນ​ຫາ​ອື່ນໆ, ໃນ​ນັ້ນ​​ຍັງ​ຈະ​ມີ​ເນື້ອ​ໃນ​ກ່ຽວພັນ​ເຖິງ​ແຜນ​ການ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ​ອີ​ຣານ ກໍ​ຄື​ບົດ​ບາດ​ຂອງ​ອີ​ຣານໃນ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ