ຟິ​ລິບ​ປິນ​ປະ​ກາດ​​ຫ້າມ​ສົ່ງ​​ແຮງ​ງານ​ໄປໂກ​ແວັດ​ອີກ
2018-04-30 16:33:49  cri 
ວັນ​ທີ 29 ເມ​ສານີ້, ທ່ານ​ດູ​​ເດີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ອອກ​ຖະ​ແຫຼງ​ການ, ​​ໂດຍ​ໄດ້​ຫ້າມ​ສົ່ງ​ແຮງ​ງານຟິ​ລິບ​ປິນໄປ​ໂກ​ແວັດ​ອີກ.

ທ່ານ​ດູ​​ເດີ​ເຕ​ກ່າວ​ວ່າ, ລັດ​ຖະ​ບານ​ຟິ​ລິບ​ປິນ​ຈະ​ອອກ​ແຮງ​ສຸດ​ຂີດ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ແຮງ​ງານ​ຟິ​ລິບ​ປິນ​ທີ່​ຢູ່​ໂກ​ແວັດ​ກັບ​ຄືນ​ສູ່​ປະ​ເທດ​ແລະ​ຈັດ​ຕັ້ງ​ຖິ່ນ​ຖານ​ຄືນ​ໃໝ່ໃຫ້​ເຂົາ​ເຈົ້າ. ທ່ານ​ຊີ້​ອອກວ່າ ປັດ​ຈຸ​ບັນ ປະ​ເທດ​ຟິ​ລິບ​ປິນ​ມີ​​ເສດ​ຖະ​ກິດ​ທີ່​ດີ, ຄຽງ​ຄູ່​ກັບ​ລັດ​ຖະ​ບານໄດ້​ເລີ່ມ​ສ້າງໂຄງ​ການ​ພື້ນ​ຖານ​ໂຄ​ງລ່າງຂະໜາດ​ໃຫຍ່, ຈະ​ຕ້ອງ​ການ​ກຳ​ມະ​ກອນ​ຊຳ​ນິ​ຊຳ​ນານ​ເຂົ້າ​ຮ່ວມ​ການ​​ກໍ່ສ້າງ.

ທ່ານ​ຍັງ​ກ່າວ​ວ່າ, ການ​ຂະ​ຫຍາຍ​ຕົວ​ຂອງສະ​ພາບ​ທີ່​ກ່ຽວ​ຂ້ອງ​ຂອງ​ໂກ​ແວັດ, ກຳ​ລັງ​ທົດ​ສອບ​ຄຳ​ໝັ້ນ​ສັນ​ຍາການ​ຮ່ວມ​ມື​ລະ​ຫວ່າງ​ຟິລິບ​ປິນ​ກັບ​ໂກ​ແວັດ.   ​​ກ່ອນນີ້ ​ສື່ມວນ​ຊົນ​ລາຍ​ງານ​ວ່າ, ຊາວ​ຟິ​ລິບ​ປິນ​ຫຼາຍກວ່າ 2 ແສນ 6 ໝື່ນ​ຄົນ​ເຮັດ​ວຽກ​ຢູ່​ໂກ​ແວດ, ໃນ​ນັ້ນ​ສ່ວນ​ຫຼາຍ​ເປັນຄົນ​ໃຊ້​ຄອບ​ຄົວ​ຊາວ​ໂກ​ແວັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ