ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ໃໝ່​ຂອງ​ອາ​ເມ​ລິ​ກາ​ຂົ່ມ​ຂູ່​ວ່າ​ຈະ​ຖອນ​ອອກ​ຈາກ​ສັນ​ຍານິວ​ເຄຼຍ​ອີ​ຣານ
2018-04-30 16:36:30  cri 
ວັນ​ທີ 29 ເມ​ສານີ້, ທ່ານ​ໄມ ​ພອມ​ພີວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ໃໝ່​ຂອງ​ອາ​ເມ​ລິ​ກາທີ່​ພວມ​ຢ້ຽມ​ຢາມ​ອາ​ລາ​ບີ ຊາ​ວູ​ດິດ​ໄດ້​ກ່າວ​ວ່າ, ຖ້າ​ບໍ່​ດັດ​ແກ້​ສັນ​ຍາ​ກ່ຽວ​ກັບ​ນິວ​ເຄຼຍ​ອີ​ຣານ, ອາ​ເມ​ລິ​ກາຈະ​ຖອນ​ອອກ​ຈາກ​ສັນ​ຍາສະ​ບັບ​ນີ້.

ມື້​ດຽວກັນ, ທ່ານ​ພອມ​ພີວ​ໄດ້​ຈັດ​ການ​ເຈ​ລະ​ຈາ​ກັບ​ສະ​ເດັດ​ຊາ​ເອີ​ເມິນ ບິນ ອັບ​ດູ​ລາ​ຊິ​ສ ອານ ຊອດ ເຈົ້າ​ຊີ​ວິດ​ອາ​ລາ​ບີ ຊາ​ວູ​ດິດ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ສະ​ຖາ​ນະ​ການ​ພາກ​ພື້​ນ​ແລະ​ສາ​ກົນ. ​​ໃນກອງ​ປະ​ຊຸມ​ຂ່າວ​ເວ​ລາ​ສັ້ນ​ທີ່​ຈັດຂຶ້ນ​ຮ່ວມ​ກັບ​ທ່ານ​ອາ​ເຕວ ອານ ​ຈູ​ເບຍ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ລາ​ບີ ຊາ​ວູ​ດິດ ຫຼັງ​​ການ​ເຈ​ລະ​ຈາ ​, ທ່ານ​ພອມ​ພີວ​ໄດ້​ຕິ​ຕຽນ​ອີ​ຣານ​ສະ​ໜອງ​ອາ​ວຸດ​ໃຫ້​ອົງ​ການ​ປະ​ກອບ​ອາ​ວຸດຮຸ​ສ​ຊີ​ເລ​ເບວ​ຂອງ​ເຢ​ແມັນ, ແຊກ​ແຊງວຽກ​ງານ​ຊີ​ຣີ​ແລະ​ອີ​ຣັກ, ຈົນ​ວ່າ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ຄວາມປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທົ່ວ​ພາກ​ພື້ນ.

ໃນ​ກອງ​ປະ​ຊຸມ​​​ຂ່າວ ທ່ານ​ຈູ​ເບວ​ກ່າ​ວວ່າ, ອາ​ລາ​ບີ ຊາ​ວູ​ດິດ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ຂອງ​ອາ​ເມ​ລິ​ກາ​ຕໍ່​ອີ​ຣານ​ເຕັມ​ສ່ວນ, ທັງ​ຮຽກ​ຮ້ອງ​ໃຫ້​ໃຊ້​ການ​ລົງ​ໂທດ​ທີ່​ເຄັ່ງຂັດກວ່າ​ເກົ່າ​ຕໍ່​ອີ​ຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ