ແຕ່​ວັນ​ທີ 1 ພຶດ​ສະ​ພາ 2018ເປັນ​ຕົ້ນ​ໄປ ຈະປັບ​ປຸງ​ລາ​ຄາ​ລົດ​ເມ​ສາ​ທາ​ລະ​ນະ​ລະ​ໃນ​ນະ​ຄອນ​ຫຼວງວຽງ​ຈັນ ​
2018-04-30 11:02:09  cri 


(ແຕ່​ວັນ​ທີ 1 ພຶດ​ສະ​ພາ 2018ເປັນ​ຕົ້ນ​ໄປ ຈະປັບ​ປຸງ​ລາ​ຄາ​ລົດ​ເມ​ສາ​ທາ​ລະ​ນະ​ລະ​ໃນ​ນະ​ຄອນ​ຫຼວງວຽງ​ຈັນ ​)


ຕາມ​ຂ່າວ​ຈາກ​ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ໊: ຫວ່າງມໍ່ໆ​ນີ້ ຜູັ​ຮັບ​ຜິດ​ຊອບ​ຂອງ​ລັດ​ວິ​ສາ​ຫະ​ກິດ​ລົດ​ເມ​ນະ​ຄອນ​ຫຼວງວຽງ​ຈັນ​ໃຫ້​ຮູ້​ວ່າ, ຍ້ອນ​ລາ​ຄາ​ນ້ຳ​ມັນ​ສູງ​ຂຶ້ນ​ເລື້ອຍໆ, ເລີ່ມ​ແຕ່​ວັນ​ທີ 1 ພຶດ​ສະ​ພາ​ປີນີ້​ເປັນ​ຕົ້ນ​ໄປ ຈະ​ປັບລາ​ຄາ​ໂດຍ​ສານ​ບາງ​ເສັ້ນ​ພາຍ​ໃນ​ຕົວ​ເມືອງ​ນະ​ຄອນ​ຫຼວງວຽງ​ຈັນ​ໃຫ້​ສູງ​ຂຶ້ນ.

ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ​ກ່າວ​ເພີ່ມ​ວ່າ, ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ວາງ​ລະ​ບຽບ​ການ​ກຳ​ນົດ​ຄ່າ​ໂດຍ​ສານ, ເຖິງວ່າ​ໃນ​ຫຼາຍ​ປີ​ມໍ່​ໆ​ມານີ້ ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ສູງ​ຂຶ້ນ​ເລື້ອຍໆ, ແຕ່​ລັດ​ວິ​ສາ​ຫະ​ກິດ​ລົດ​ເມ​ນະ​ຄອນ​ຫຼວງວຽງ​ຈັນ​ບໍ່​ເຄີຍ​ປັບ​ລາ​ຄາ​ໂດຍ​ສານ​ໃຫ້​ສູງ​ຂຶ້ນ​ຕະ​ຫຼອດ​ມາ.ທ່ານ​ຍັງ​ອະ​ທິ​ບາຍ​ຕື່ມ​ອີກວ່າ, ຖ້າ​ລາ​ຄາ​ນ້ຳ​ມັນ​ຈະ​ກັບ​ຄືນ​ສູ່​ລະ​ດັບ​ໃນ​ເມື່ອ​ກ່ອນ​ແລ້ວ, ທາງ​ລັດ​ຖະ​ບານ​ກໍ່​ຄົງ​ຈະ​ພິ​ຈາ​ລະ​ນາ​ປັບ​ລາ​ຄາ​ໂດຍ​ສານ​ອີກ​ໃໝ່.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ