ນັກ​ສຶກ​ສາ​ຈາກ​ປະ​ເທດ​ທີ່​ລຽບ​ຕາມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ທີ່​ໄປ​ຮຽນ​ຢູ່​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ
2018-04-30 11:15:49  cri 
ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ການ​ສ້າງ​ສາ​ຕາມ​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ, ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ສາ​ກົນ​ຂອງ​ບັນ​ດາ​ໂຮງ​ຮຽນ​ຊັ້ນ​ສູງ​ຈີນ​ນັບ​ມື້​ນັບ​ມີ​ຫຼາຍ​ຂຶ້ນ​ແລະ​ລົງ​ສູ່​ລວງ​ເລຶກ, ເຮັດ​ໃຫ້​ຈຳ​ນວນ​ຄົນ​ທີ່​ຈາກ​ປະ​ເທດ​ທີ່​ລຽບ​ຕາມ​ເສັ້ນ​ທາງນີ້​ທີ່​ໄປ​ຮຽນ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ຕົວ​ເລກ​ສະ​ຖິ​ຕິ​ຈາກ​ກະ​ຊວ​ສຶກ​ສາ​ທິ​ການ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2017 ໄດ້​ມີ​ນັກ​ສຶກ​ສາ​ປະ​ເພດ​ຕ່າງໆ​ທີ່​ຈາກ 204 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄປ​ຮຽນ​ຢູ່​ໂຮງ​ຮຽນ​ຊັ້ນ​ສູງ 935 ແຫ່ງ​ຂອງ​ຈີນ,ໃນ​ນັ້ນ ຜູ້​ທີ່​ຮຽນ​ປະ​ລິນ​ຍາ​ໂທ​ແລະ​ປະ​ລິນ​ຍາ​ເອກ​ນັ້ນ​ມີ​ປະ​ມານ 75800 ຄົນ ເພີ່ມ​ຂຶ້ນ​ຫຼາຍກວ່າ​ປີ 2016 18,62%. ນັກ​ສຶກ​ສາ​ຈາກ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ທີ່​ໄປ​ຮຽນ​ຢູ່​ຈີນ​ບັນ​ລຸ 3 ແສນ 1 ໝື່ນ 7 ພັນ 200 ຄົນ, ກວມ 64,85% ຂອງຍອດ​ຈຳ​ນວນ​ຄົນ​ທີ່​ໄປ​ຮຽນ​ຢູ່​ຈີນ.

ຂ່າວ​ແຈ້ງວ່າ, ໃນ​ຫຼາຍ​ປີ​ມານີ້ ທຶນ​ການ​ສຶກ​ສາ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ສູງ​ຂຶ້ນ​ເລື້ອຍໆ ແລະ​ໄດ້​ໃຫ້​ນະ​ໂຍ​ບາຍ​ພິ​ເສດ​ຕໍ່​ບັນ​ດາ​ປະ​ເທດ​ຢູ່​ອ້ອມ​ຂ້າງ ແລະ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ​ ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ, ເຊິ່ງ​ກາຍ​ເປັນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ສ້າງ​ແລະ​ຮັກ​ສາຊັບ​ພະ​ຍາ​ກອນ​ມະ​ນຸດຂອງ​ລັດ​ຖະ​ບານ, ເຊິ່ງ 10 ປະ​ເທດ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຂອງ​ຈີນ​ຫຼາຍ​ທີ່​ສຸດ​ໃນ​ປີ 2016 ຄື: ປາ​ກິ​ສະ​ຖານ, ມົງ​ໂກ​ລີ, ຣັດ​ເຊຍ, ຫວຽດ​ນາມ, ໄທ, ອາ​ເມ​ລິ​ກາ, ລາວ, ສ​ເກົາ​ຫຼາ, ກາ​ຊັກ​ສະ​ຖານ​ແລະ​ເນ​ປານ, ນັກ​ສຶກ​ສາ​ທີ່​ຮັບ​ທຶນ​ການ​ສຶກ​ສາ​ຂອງ​ຈີນ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ຢູ່​ລຽບ​ຕາມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ໄດ້​ກວມ 61% ຂອງ​ທັງ​ໝົດ​ນັກ​ສຶກ​ສາ​ທີ່​ຮັບ​ທຶນ​ການ​ສຶກ​ສາ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ