ເສດ​ຖະ​ກິດ​ສິງ​ກະ​ໂປ​ອາດ​ຈະ​ເຕີບ​ໂຕຫຼາຍກວ່າ 2,5%
2018-05-01 16:51:50  cri 
ວັນ​ທີ 1 ພຶດ​ສະ​ພາ​ນີ້, ທ່ານຫຼີ​ຊຽນ​ໂລງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກ່າວ​ວ່າ, ຄາດ​ວ່າປີ​ນີ້​ຈັງ​​ຫວະ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ສິງກ​ະ​ໂປ​ຈະ​ຢູ່​ໃນ​ລະ​ຫວ່າງ 1,5 – 3,5%, ຖ້າ​ວຽກ​ງານ​ດ້ານ​ຕ່າງໆ​ດຳ​ເນີນ​ໄປ​ຢ່າງ​ສະ​ດ​ວກ, ຈັງ​ຫວະ​ເຕີບ​ໂຕອາດ​ຈະ​ສູງກວ່າ​ 2,5%.

ທ່ານຫຼີ​ຊຽນ​ໂລງ​ກ່າວ​ວ່າ, ປີ​ກາຍ​ນີ້, ເສດ​ຖະ​ກິດ​ສິງ​ກະ​ໂປ​ໄດ້​ມີ​ການ​ເຕີບ​ໂຕ​ສູງກວ່າ​ການ​ຄາດ​ໝາຍ, ໂດຍ​ບັນ​ລຸ 3,6%, ເຊິ່ງ​ສູງກວ່າ 1%-2%ທີ່​ຄາດ​ໝາຍ​ໄວ້. ພ້ອມ​ກັນ​ນັ້ນ, ສິງ​ກະ​ໂປ​ຍັງ​ໄດ້​ຮັບ​ຜົນງານ​ທີ່​ດີ​ໃນ​ດ້ານ​ການ​ສ້າງ​ຕຳ​ແໜ່ງ​ປະ​ກອບ​ອາ​ຊີບ​ ແລະ​ອື່ນໆ, ຈັງ​ຫວະ​ເຕີບ​ໂຕ​ຂອງ​ກຳ​ລັງ​ການ​ຜະ​ລິດ​ບັນ​ລຸ​ເຖິງ​ລະ​ດັບ​ສູງ​ສຸດ​ໃນ​ຮອບ 7 ປີ​ທີ່​ຜ່ານ​ມາ.

ແຕ່​ທ່ານ​ກ່າວ​ຕື່ມ​ວ່າ, ເສດ​ຖະ​ກິດ​ສິງ​ກະ​ໂປ​ອາ​ໄສ​ສະ​ພາບ​ແວດ​ລ້ອມ​ພາຍນອກຫຼາຍ​ສົມ​ຄວນ, ອາ​ເມ​ລິ​ກາ​ລະ​ເມີດ​ລະ​ບຽບ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ແລະ​ເກັບ​ພາ​ສີ​ແຕ່​ຝ່າຍ​ດຽວ​ໄດ້​ພາ​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​​ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ສິງ​ກະ​ໂປ​ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ