ຈີນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກັບ​ໂດ​ມີ​ນິ​ກາ
2018-05-01 11:18:36  cri 
​​ຕອນ​ເຊົ້າ​ວັນ​ທີ 1 ພຶດ​ສະ​ພານີ້ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ,ທ່ານວາງອີ້ ທີ່​ປຶ​ກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງ​ປະ​ເທດ​ຈີນ​ແລະທ່ານ​ມີ​ແກວ ວາ​ກັ​ສ ໂມ​ໂດ​ນາ​ໂດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂດ​ມີ​ນິ​​ກາ​ໄດ້​ຮ່ວມ​ກັນ​ເຊັນ "ແຈ້ງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລະ​ຫວ່າງ​ສ​ປ​ຈີນ​ແລະສ.ໂດ​ມີ​ນິ​​ກາ". ເລີ່ມ​ແຕ່ມື້​ເຊັນ​ແຈ້ງ​ກາ​ນ​ຮ່ວມ​ສະ​ບັບ​ດັ່ງ​ກ່າວນີ້​ເປັນ​ຕົ້ນ​ໄປ, ສ​ປ​ຈີນ​ແລະ​ສ.ໂດ​ມີ​ນິ​​ກາ​ໄດ້​ຮັບ​ຮອງ​ເຊິ່ງ​ກັນ​ແລະ​ກັນ​ແລະ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ