ອາ​ເມ​ລິ​ກາ​ເລື່ອນ​ເວ​ລາ​ເກັບ​ພາ​ສີ​ເຫຼັກ​ກ້າ​ແລະ​ອາ​ລຸຍ​ມີ​ໂຍມຕໍ່​ກາ​ນາ​ດາ ແມັກ​ຊິກ​ແລ​ະ​ສະ​ຫະ​ພາບ​ເອີ​ລົບ​ເປັນ​ຕົ້ນ
2018-05-01 14:47:18  cri 
​​​ວັນ​ທີ 30 ເມສາ​ທີ່​ຜ່ານ​ມາ ​ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ, ມື້​ດຽວ​ກັນ ທ່ານໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ຕົກ​ລົງ​ເລື່ອນເວ​ລ​າ​ເກັບ​ພາ​ສີ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ລຸຍ​ມີ​ໂຍມຕໍ່​ອົງ​ກອນ​ເສດ​ຖະ​ກິດ​ຂອງ​ກາ​ນາ​ດາ ແມັກ​ຊິກ​ແລະ​ສະ​ຫະ​ພາບ​ເອີ​ລົບ​ເປັນ​ຕົ້ນ.

ມື້ດຽວ​ກັນ ທ່ານ​ທ​ຣຳ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ວ່າ, ປັດ​ຈຸ​ບັນ ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັບ​ສ.ເກົາ​ຫຼີ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ສະ​ບັບ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ ແລະ​ກໍ​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​​ດ້ານ​ຫຼັກ​ການ​​ໃນການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ລຸຍ​ມີ​ໂຍມກັບ​​ອາ​ຊັງ​ຕິນ ອົ​ສ​ຕຼາ​ລີ​ແລະ​ເບຼ​ຊິນ, ເນື້ອ​ໃນ​ສັນ​ຍາ​ຈະ​​ປ​ະ​ກາດ​ອອກ​ໃນ​ໄລ​ຍະ​ມໍ່​ໆນີ້. ນອກນີ້​, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ກາ​ນາ​ດາ ແມັກ​ຊິກ​ແລະ​ສະ​ຫະ​ພາບ​ເອີ​ລົບ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ, ແລະ​ເລື່ອນ​ເວ​ລາຍົກ​ເວັ້ນ​ເປັນ​ເວ​ລາ 30 ວັນ. ຖະ​ແຫຼງ​ການ​ກ່າວ​ວ່າ, ການ​ເລື່ອນ​ເວ​ລາ​ເທື່ອນີ້​ຈະ​ເປັນ​ຄັ້ງ​ສຸດ​ທ້າຍ​ທີ່​ອາ​ເມ​ລິ​ກາ​ຈັດ​ໃຫ້​ອົງ​ກອນ​ເສດ​ຖະ​ກິດ 3 ແຫ່ງ​ດັ່ງ​ກ່າວ.

ກ່ອນ​ໜ້ານີ້ ສະ​ຫະ​ພາບ​ເອີ​ລົບໄດ້​ກ່າວ​ວ່າ, ຖ້າ​ບໍ່​ໄດ້​ຮັບ​ສິດຍົກ​ເວັ້ນ​ຕື່ມ​ອີກ, ສະ​ຫະ​ພາບ​ເອີ​ລົບ​ຈະ​ໃຊ້​ມາດ​ຕະ​ການ​ຕ້ານ​ການ​ລົງ​ໂທດ​ຕໍ່​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ລຸຍ​ມີ​ໂຍມ​ຂອງ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ