ສ​ປ ຈີນ ແລະ ສ ໂດ​ມີ​ນິກາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ
2018-05-01 12:34:57  cri 


(ສ​ປ ຈີນ ແລະ ສ ໂດ​ມີ​ນິກາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ)



ຕອນ​ເຊົ້າ​ວັນ​ທີ 1 ພຶດ​ສະ​ພານີ້ ທ່ານ​ວາງອີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ແລະ​ທ່ານ​ມີ​ເກວ ວາ​ກັ​ສ ໂມ​ໂດ​ນາ​ໂດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂດ​ມີ​ນິກາ​ໄດ້​ເຊັນ ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ ສ​ປ ຈີນ ແລະ​ສ ໂດ​ມີ​ນິ​ກາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ ໂດຍ​ມີ​ເນື້ອ​ໃນ​ຫຼັກ​ຄື​ດັ່ງ​ນີ້:

ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແລະ​ສາ​ທາ​ລະ​ນະ​ລັດ​ໂດ​ມີ​ນີ​ກາ ອີງ​ຕາມ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຕົກ​ລົງ​ຮັບ​ຮອງ​ເຊິ່ງ​ກັນ​ແລະ​ກັນ ແລະ​ສ້າງ​ສາຍ​ພົວ​ພັນທາງ​ການ​ທູດ​ລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ນັບ​ແຕ່ມື້​ເຊັນ​ຖະ​ແຫຼງ​ການ​ສະ​ບັບ​ນີ້​ເປັນ​ຕົ້ນ​ໄປ.

ລັດ​ຖະ​ບານ​ສອງ​ປະ​ເທດ​ເຫັນ​ດີ​ຂະ​ຫຍາຍ​ການ​ພົ​ວ​ພັນ​ມິດ​ຕະ​ພາ​ລ​ລະ​ຫວ່າງ​ສອງ​ປະ​ເທດ​ບົນ​ພື້ນ​ຖານ​ທີ່ເຄົາ​ລົບ​ອະ​ທິ​ປະ​ໄຕ​ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ເຊິ່ງ​ກັນ​ແລະ​ກັນ, ບໍ່​ລ່ວງ​ລ້ຳ​ເຊິ່ງ​ກັນ​ແລະ​ກັນ, ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ກັນ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ຫຼັກ 5 ປະ​ທານ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ.

ລັດ​ຖະ​ບານ ສ ໂດ​ມີ​ນິກາ​ຮັບ​ຮອງວ່າ​ໂລກນີ້​ມີ​ແຕ່​ປະ​ເທດ​ຈີນ​ດຽວ, ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແມ່ນ​ລັດ​ຖະ​ບານ​ຊອບ​ດ້ວຍ​ກົດ​ໝາຍ​ພຽງ​ອັນ​ດຽວ​ທີ່​ຕາງ​ໜ້າ​ຈີນ, ໄຕ້​ຫວັນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ບໍ່​ໄດ້​ຂອງ​ດິນ​ແດນ​ຈີນ. ສະ​ນັ້ນ ລັດ​ຖະ​ບານ ສ ໂດ​ມີ​ນິກາ​ຈະ​ຕັດ​ອັນ​ທີ່​ວ່າ ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ໄຕ້​ຫວັນ​ນັບ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ.

ກ່ອນ​ເຊັນ​ຖະ​ແຫຼງ​ການ​ດັ່ງກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ໂດ​ມີ​ນິ​ກາ​ໄດ້​ປະ​ກາດ​ແຈ້ງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂດຍ​ປະ​ກາດ​ວ່າ​ຮັບ​ຮອງ​ຫຼັກ​ການ​ຈີນ​ດຽວ, ແລະ​ຕັດ​ອັນ​ທີ່​ວ່າ ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ເຂດ​ໄຕ້​ຫວັນ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ