ສະ​ຫະ​ພາບ​ເອີ​ຣົບ​ກ່​າວ​ວ່າ​ຈະ​ບໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​​ກັບ​ອາ​ເມ​ລິ​ກາ​ພາຍ​ໃຕ້​ສະ​ພາບ​ການ​ຂົ່​ມຂູ່
2018-05-02 11:38:44  cri 
ວັນ​ທີ 1 ພຶດ​ສະ​ພາ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ຂໍ້​ຕົກ​ລົງ​ທີ່​ອາ​ເມ​ລິ​ກາ​ຈະ​ແກ່​ຍາວ​ອາ​ຍຸ​ການ​ຍົກ​ເວັ້ນ​ພາ​ສີ​ຂອງ​ຜະ​ລິດ​ຕະ​ພັນເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມຕໍ່ສະ​ຫະ​ພາບ​ເອີ​ຣົບ​ເປັນ​ໄລ​ຍະ​ສັ້ນ​ນັ້ນ​ໄດ້​ເຮັດ​ໃຫ້​ຕະ​ຫຼາດ​ມີ​ຄວາມ​ບໍ່ແນ່ນອນ​ຫຼາຍ​ຂຶ້ນ, ພ້ອມ​ທັງ​ໄດ້​ກະ​ທົບ​ຕໍ່​ນະ​ໂຍ​ບາຍ​ການ​ຄ້າ; ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ໜ້າ ແຕ່​ສະ​ຫະ​ພາ​ບ​ເອີ​ຣົບ​ຈະ​ບໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ພາຍ​ໃຕ້​ສະ​ພາບ​ການ​ຂົ່ມ​ຂູ່.

ວັນ​ທີ 30 ເມ​ສາ​ຜ່ານ​ມາ, ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ແຈ້ງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຍົກ​ເວັ້ນ​ພາ​ສີ​​ຂອງຜະ​ລິດ​ຕະ​ພັນເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມ​ຕໍ່​ສະ​ຫະ​ພາບ​ເອີ​ຣົບ,ກາ​ນາ​ດາ​ແລະ​ແມັກ​ຊິກ​ຈົນ​ຮອດ​ວັນ​ທີ 1 ມິ​ຖຸ​ນາ​ໜ້າ​ນີ້,ເພື່ອເຍື້ອ​ເວ​ລາຄັ້ງ​​ສຸດ​ທ້າຍໃຫ້​ແກ່​ການ​ເຈ​ລະ​ຈາ​ທີ່​ກ່ຽວ​ຂ້ອງ​ອີກ 30 ວັນ.

ຖະ​ແຫຼງ​ການ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ລະ​ບຸວ່າ, ຄວນ​ຍົກ​ເວັ້ນ​ພາ​ສີ​ຂອງຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມ​ຕໍ່​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ເຖິງ​ຖອງ​ແລະ​​ຖາ​ວອນ, ອາ​ເມ​ລິ​ກາ​ຂຶ້ນ​ພາ​ສີ​ໃນ​ຂໍ້​​ອ້າງ​ຄວາມ​ໝັ້ນ​ຄົງ​​ແຫ່ງ​ຊາດແມ່ນ​ບໍ່​ມີ​ບ່ອນ​ອ້າງ​ອີງ​ໃດໆ.

ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ໂດ​ນັນ ທ​ຣຳ​ທີ່​ຂຶ້ນ​ພາ​ສີ​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມ​ໄດ້​ຖືກ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຈາກ​ປະ​ຊາ​ຄົມ​ໂລກ. ຄູ່ການ​ຄ້າ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ເປັນ​ຫ່ວງ ແລະ​ໄດ້​​ກ່າວເຕືອນ​ວ່າມາດ​ຕະ​ການນີ້​ຂອງ​ອາ​ເມ​ລິ​ກາ​ບໍ່​ພຽງ​ແຕ່​ອາດ​ຈະ​ກະ​ທົບ​ຕໍ່​ຜົນ​ປະ​ໂຫຍດ​​ດ້ານການ​ຄ້າ​ຂອງ​ຫຼາຍ​ຝ່າຍ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ທ່ຽງ​ຂອງ​ໂຄງ​ປະ​ກອບ​ການ​ຄ້າ​ຫຼາຍ​ຝ່າຍ​ບົນ​ພື້ນ​ຖານລະ​ບຽບ​ການອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ