ນາ​ຍົກ​ສິງ​ກະ​ໂປ​ກ່າວ​ວ່າ ເສດ​ຖະ​ກິດ​ສິງ​ກະ​ໂປ​ອາດ​ຈະ​ເພີ່ມ​ຂຶ້ນ​ຫຼາຍກວ່າ 2,5%
2018-05-02 11:52:05  cri 
ໃນ​ການ​ໂຮມ​ຊຸມ​ນຸມ​ວັນ​ກຳ​ມະ​ກອນ​ສາ​ກົນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ພຶດ​ສະ​ພາ​ນີ້ ທ່ານ ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກ່າວ​ວ່າ, ຄາດ​ວ່າການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ປີ​ນີ້​​ຈະ​ເພີ່ມ​ຂຶ້ນ​ຢູ່​ລະ​ຫວ່າງ 1,5% ເຖິງ 3,5%, ແລະ​ອາດ​ຈະ​ຫຼາຍກວ່າ 2,5% ພາຍ​ໃຕ້​ສະ​ພາບ​ທີ່​ວຽກ​ງານ​ທຸກດ້ານ​ດຳ​ເນີນ​ໄປ​ດ້ວຍ​​ດີ.

ທ່ານ ລີ​ຊຽນ​ລົງ​ ກ່າວ​ວ່າ, ປີ​ 2017 ເສດ​ຖະ​ກິດ​ສິງ​ກະ​ໂປ​ໄດ້​ຮັບ​ການ​ເຕີບ​ໂຕ​ເກີນ​ຄາດ​ໝາຍ, ເພີ່ມ​ຂຶ້ນ​ຮອດ 3,6%, ສູງກວ່າການ​ຄາດ​ຄະ​ເນໃນ​ເມື່ອ​ກ່ອນ 1% ຫາ 2%. ​ຂະ​ນະ​ດຽວ​ກັນ, ສິງ​ກະ​ໂປ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີກວ່າ​ເກົ່າ​ໃນ​ຫຼາຍ​ດ້ານ​ເຊັ່ນ: ກາ​ນ​ສ້າງວຽກ​ເຮັດ​ງານ​ທຳ​ເປັນ​ຕົ້ນ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ກຳ​ລັງ​ການ​ຜະ​ລິດ​ໄດ້​ເພີ່ມ​ຂຶ້ນ​ຮອດ​ລະ​ດັບ​ສູງ​ສຸດ​ໃນ​ໄລ​ຍະ 7 ປີ​ຜ່ານ​ມາ.

ແຕ່​ທ່ານ​ກ່າວ​ວ່າ, ​​​ເສດ​ຖະ​ກິດ​ສິງ​ກະ​ໂປອີງ​ອາ​ໄສ​ຕໍ່​ສະ​ພາບ​ແວດ​ລ້ອມ​ພາຍນອກ​ໃນລະ​ດັບ​ສູງ, ​ການ​​ທີ່ອາ​ເມ​ລິ​ກາ​ລ​ະ​ເມີດ​ລະ​ບຽບ​ການ​ອົງ​ການ​ການ​ຄ້າ​ໂລກ ແລະ ຂຶ້ນ​ພາ​ສີ​ພຽງ​ຝ່າຍ​ດຽວ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ ຍ່ອມ​ເປັນ​ສ່ວນ​ໜຶ່ງ​ທີ່​ຈະ​ສ້າງ​ເງົາ​ມືດ​ຕໍ່​ອະ​ນາ​ຄົດຂອງ​ເສດ​ຖະ​ກິດ​ສິງ​ກະ​ໂປ​ໃນ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ