ສະ​​ມາ​ຄົມນັກ​ຂ່າວ​ຈີນ-ຟີ​ລິບ​ປິນ​ຮ່ວມກັນຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ​ຂອງສອງ​ປະ​ເທດ​​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"
2018-05-02 16:45:18  cri 
ຕາມ​ຂ່າວCRI: ​ຫວ່າງ​ມໍ່ໆ​ມາ​ນີ້, ສະ​​ມາ​ຄົມ​ນັກ​ຂ່າວຈີນ​ແລະ​ສະມາ​ຄົມນັກ​ຂ່າວ​​ຟີ​ລິບ​ປິນໄດ້​ເຊັນ​ສັນ​ຍາ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ​ແລະ​ນັກ​ຂ່າວ​ຂອງ​ສອງ​ປະ​ເທດ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ". ອີ​ງ​ຕາມ​ສັນ​ຍາ​ສະ​ບັບນີ້, ສອງ​ຝ່າຍ​ຈະ​ຈັດ​ວາງ​ການ​ຢ້ຽມ​ຢາມ​ກັນ​ລະ​ຫວ່າງ​ສື່ມວນ​ຊົນ​ຂອງ​ສອງ​ປະ​ເທດ​ຕາມ​ເວ​ລາ​​ທີ່​ກຳ​ນົດ​ໄວ້, ​ຈັດ​ກິດ​ຈະ​ກຳ​ສຳ​ພາດ​ຮ່ວມ​ທີ່​ກ່ຽວ​ຂ້ອງ​ກັບ​ຫົວ​ຂໍ້ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​, ການຝຶກອົບ​ຮົມ​ແລະ​ເນື້ອ​ໃນ​ການ​ຮ່ວມ​ມື​ລະ​ອຽດ​ອື່ນໆ​ລະ​ຫວ່າງສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ