ອາ​ເມ​ລິ​ກາ​ແລະ​ອິ​ສ​ຣາ​ແອນ​ຕິ​ຕຽນ "ເຈ​ຕະ​ນາດ້ານ​ອາ​ວຸດ​ນີວ​ເຄຼຍ" ຂອງ​ອີ​ຣານ
2018-05-02 14:34:28  cri 
ທ່ານ​ເບັນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ​​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອນ​ໄດ້ຕິ​ຕຽນ​ອີ​ຣານ​ທີ່​ຍັງ​ບໍ່​​ປະ​ລະ​ແຜນ​ການ​ອາ​ວຸດ​ນີວ​ເຄຼຍ​ແລະປິດ​ບັງ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ເມ​ສາ​ຜ່ານ​ມາ, ແລະ​ການ​ຕິ​ຕຽນ​ດັ່​ງ​ກ່າວ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ອາ​ເມ​ລິ​ກາ. ແຕ່​ລັດ​ຖະ​ບານ​ອີ​ຣານ​ໄດ້​ຕອບ​ໂຕ້​ຄືນ​ຢ່​າງວ່ອງ​ໄວ​ວ່າ, ​ຖ້ອຍ​ຄວາມ​ຂອງ​ທ່ານ ເນ​ທັນ​ຢາ​ຮູ​ ໄຮ້​ເຫດ​ຜົນ​ແລະ​ເກີນ​ຈິງ, ພຽງ​​ເພື່ອ​ສົ່ງ​ຜົນ​ສະ​ທ້ອນ​ຕໍ່ການ​ຕັດ​ສິນ​ຕໍ່​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ​ຂອງ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ເມ​ສາ​ຜ່ານ​ມາ, ທ່ານ ເນ​ທັນ​ຢາ​ຮູ​ ໄດ້​ແຈ້ງ​ເອ​ກະ​ສານທີ່​ອົງ​ການ​ຂ່າວກອງ​ອິ​ສ​ຣາ​ແອນ​ໄດ້​ຮັບ​ຈາກ​ອາ​ຄານ​ລັບ​ແຫ່ງ​ໜຶ່ງ​ໃນ​ອີ​ຣານ, ແລະອ້າງວ່າ​ເອ​ກະ​ສານນີ້​ເປັນ "ເອ​ກະ​ສານ​ນິວ​ເຄຼຍ" ເຊິ່ງ​ເປັນ​ແຜນ​ການ​ນິວ​ເຄຼຍ​ທີ່​ອີ​ຣານ​ປິດ​ບັງ​ໄວ້. ມື້​ດຽວ​ກັນ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ເວົ້າ​ຂອງ​ທ່ານ ເນ​ທັນ​ຢາ​ຮູ​, ແລະ​ກ່າວ​ວ່າ​ຂໍ້​ມູນ​ເຫຼົ່​ນ​ນີ້​ໄດ້​​ສະ​ແດງ​ໃຫ້​ເຫັນລາຍ​ລະ​ອຽດ​ໃໝ່​ກ່ຽວ​ກັບ​ວ່າ​ອີ​ຣານ​ມີ​ເຈ​ຕະ​ນາ​ພັດ​ທະ​ນາ​ອາ​ວຸດ​ນີວ​ເຄຼຍ​ທີ່​ບັນ​ທຸກ​ດ້ວຍ​ຂີ​ປະ​ນາ​ວຸດ, ແມ່ນ​ສອດ​ຄ່ອງ​ກັບ​​ຈຸດ​ຢືນ​ຂອງ​ອາ​ເມ​ລິ​ກາ​ທີ່​ເຫັນ​ວ່າ​ອີ​ຣານ​ມີ​ໂຄງ​ການ​ອາ​ວຸດ​ນີວ​ເຄຼຍ.

​ຕອນ​ຄ່ຳ​ມື້​ດຽວ​ກັນ, ສະ​ຖາ​ນີ​ໂທ​ລະ​ພາບ Press TV ຂອງ​ອີ​ຣານໄດ້​ນຳ​ໃຊ້​ຄວາມ​ເວົ້າ​ຂອງ​ທ່ານ​ອາບ​ບັ​ສ ອາ​ຣັກ​ຊີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ລາຍ​ງານ​ວ່າ, ທ່ານ ເນ​ທັນ​ຢາ​ຮູ​ ແມ່ນ​ເວົ້າ​ເລື່ອງ​ເກົ່າ​ເທົ່າ​ນັ້ນ, ເປົ້າ​ໝາຍ​ແມ່ນ​ເພື່ອ​​ສະ​ທ້ອນ​ເຖິງ​ການ​ຕັດ​ສິນ​ຂອງ​ທ່ານ​ໂດ​ນັນ ທ​ຣຳ​ກ່ຽວ​ກັບ​ສັນ​ຍາ​ນີ​ວ​ເຄຼຍ​ອີ​ຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ