ກຳ​ມະ​ກອນ​ໄທ​ແຫ່​ຂະ​ບວນ​ໃນ​ວັນ​ກຳ​ມະ​ກອນ​ສາ​ກົນ​ເພື່ອ​ຮຽກ​ຮ້ອງ​​ການຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ
2018-05-02 14:51:45  cri 
ວັນ​ທີ​ 1 ພຶດ​ສະ​ພາ​ນີ້, ກຳ​ມະ​ກອນ​ໄທ​ໝື່ນກວ່າ​ຄົນ​ໄດ້​ແຫ່​ຂະ​ບວນ​ໃນ​ວັນ​ກຳ​ມະ​ກອນ​ສາ​ກົນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ, ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ທີ່​ຊອບ​ກົດ​ໝາຍ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ, ຄັດ​ຄ້ານ​​ລັດວິ​ສາ​ຫະ​ກິດ​​ຫັນ​ເປັນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ.

ຕອນ​ເຊົ້າ​ວັນ​ທີ 1 ພຶດ​ສະ​ພາ​ນີ້, ກຳ​ມະ​ກອນ​ທີ່​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ເຕົ້າ​ໂຮມ​ກັນ​ຢູ່​ອະ​ນຸ​ສາ​ວະ​ລີ​​ໄຊ​ສະ​ໝໍ​ລະ​ພູມ​ໃນ​ນະ​ຄອນ​ຫຼວງ​ບາງກອກ​ທ່າມ​ກາງ​ອາ​ກາດ​ທີ່​ມີ​ຝົນ​ຕົກ​ແຮງ, ແລະ​ແຫ່​ຂະ​ບວນ​ໄປ​ເຖິງ​ທຳ​ນຽບ​ລັດ​ຖະ​ບານ.

ທ່ານ​​ມະ​ນັດ ໂກ​ສົນ ປະ​ທານ​ສະ​ພາ​ອົງ​ການ​ລູກ​ຈ້າງ​ແຮງ​ງານ​ແຫ່ງ​ປະ​ເທດ​ໄທ​ກ່າວ​ວ່າ, ອົງ​ກາ​ນ​ຈັດ​ຕັ້ງ​ແຮງ​ງານ​ໄທ​ຮຽກ​ຮ້ອງ​ໃຫ້​ມີ​ການຮັບ​ປະ​ກັນ​​ໃຫ້ກຳ​ມະ​ກອນ​ໄທ​ມີ​ສະ​ຫວັດ​ດີ​ການ​ແລະ​ເງິນ​ເບັ້ຍ​ບຳ​ນານ​ຫຼາຍກວ່າ​ເກົ່າ, ຂະ​ນະ​ດຽວ​ກັນ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ສົນ​ໃຈ​ນຳ​ຄວາມ​ເສຍ​ຫາຍ​ຕໍ່​ກຳ​ມະ​ກອນ​ຂະ​ນະ​ທີ່​ລັດ​ວິ​ສາ​ຫະ​ກິດ​ຫັນ​ເປັນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ.
ຕາມ​ຂ່າວ​ແຈ້ງວ່າ, ຕອນ​ຄ່ຳ​ວັນ​ທີ 1 ພຶດ​ສະ​ພາ​ນີ້, ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ລະ​ນຶກວັນ​ກຳ​ມະ​ກອນ​ສາ​ກົນ, ແລະ​ຮັບ​ຟັງ​ຂໍ້​ຮຽກ​ຮ້ອງ​ຂອງ​ຜູ້​ຕາງ​ໜ້າ​ກຳ​ມະ​ກອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ