ປະ​ເທດ​ປາ​ປົວ​ນິວກີ​ເນ ​ແລະ​​ເຄັນຢາ​ເຂົ້າ​ເປັນ​ສະມາຊິກ​ທະນາ​ຄານ​ການ​ລົງ​ທຶນ​ພື້ນຖານ​ໂຄງລ່າງ​ອາຊີ
2018-05-02 17:38:34  cri 
ວັນ​ທີ 2 ​ພຶດສະພາ​ນີ້, ​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ໄດ້​ປະກາດ​ຢູ່​ນະຄອນຫຼວງປັກ​ກິ່ງ​ວ່າ: ​ໄດ້​ອະນຸ​ມັດ​ປະ​ເທດ​ປາ​ປົວ​ນິວກີ​ເນ ​ແລະ​​ເຄັນຢາ​ເຂົ້າ​ເປັນ​ສະມາຊິກ. ປັດຈຸບັນຈຳນວນ​ລວມຂອງ​ສະມາ​ຊິກ​​ມີ​ເຖິງ 86 ປະ​ເທດ​ແ​ລ້ວ.
ທ່ານ​ດານ​ນີ ອາ​ເລກ​ຊັນ​ເດີ ຮອງຜູ້​ວ່າການ​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ກ່າວ​ວ່າ: ຍິນດີ​ຕ້ອນຮັບ​ປະ​ເທດ​ປາ​ປົວ​ນິວກີ​ເນ ​ແລະ​​ເຄັນ​ຢາ​ເຂົ້າ​ຮ່ວມ​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່ເຫັນ​ທະນາຄານ​ຕົນ​ມີ​ສະມາຊິກ​ເຖິງ ​86 ປະ​ເທດທີ່ມາ​ຈາກ 6 ທະວີບ​ ​ເຊິ່ງໝາຍ​ຄວາມ​ວ່າ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ທີ່​ມີ​ການ​ຄຸ້ມ​ຄອງ​​ໃນ​ມາດຕະຖານສູງ ​ແລະ​ມີ​ລະບຽບຮຽບຮ້ອຍ, ​ບັນດາ​ປະ​ເທດ​ໄດ້​​ໃຫ້ຄຳ​ໝັ້ນ​ສັນຍາ​ຢ່າງ​ເດັດດ່ຽວ​ເພື່ອ​ສົ່ງ​ເສີມ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ