ສະ​ພ​າ​ຄວາມ​ໝັ້ນ​ຄົງ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ໂຈມ​ຕີ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ
2018-05-02 16:16:40  cri 
    ວັນ​ທີ 1 ພຶ​ດ​ສະ​ພາ​ຜ່ານ​ມາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ອອກ​ຖະ​ແຫຼງ​ການ, ໂດຍ​ໄດ້​ນຳ​ໃຊ້​ "ຖ້ອຍ​ຄວາມ​ທີ່​ຮຸນ​ແຮງ​ທີ່​ສຸດ" ເພື່ອ​ກ່າວ​ປະ​ນາມ​ເຫດ​ການ​ໂຈມ​ຕີ​ດ້ວຍ​​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ​ໃນ​ວັນ​ທີ 30 ເມ​ສາ​ຜ່ານ​ມາ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ສະ​ມ​າ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​​ຊຶ້ງ​ຕໍ່​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ແລະ​ລັດ​ຖະ​ບານ​ອັ​ຟ​ກາ​ນີ​ສະ​ຖານ ແລະ​ອວຍ​ພອນ​ໃຫ້​ຜູ້​ບາດ​ເຈັບ​ຈົ່ງ​ຟື້ນ​ຟູ​ສຸ​ຂະ​ພາບ​ໂດຍ​ໄວ.

    ສະ​ພາ​ຄວາ​ມ​ໝັ້ນ​ຄົງ​ກ່າວ​ຢ້ຳ​ວ່າ, ລັດ​ທິກໍ່​ການ​ຮ້າຍ​ບໍ່​ວ່າ​ໃນ​ຮູບ​ການ​ໃດ ລ້ວນ​ແຕ່​ເປັນ​ໜຶ່ງ​ໃນ​ໄພ​ຂົ່ມ​ຂູ່​ທີ່​ໜັກ​ໜ່ວງ​ທີ່​ສຸດ​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສາ​ກົນ, ທຸກ​ປະ​ເທດ​​ຕ້ອງ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ ເພື່ອ​ສະ​ກັດ​ກັ້ນ​ໄພ​ຂົ່ມ​ຂູ່​​ໃນ​ຮູບ​ການ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ດັ່ງ​ກ່າວ.

    ວັນ​ທີ 30 ເມ​ສາ​ຜ່ານ​ມາ, ຢູ່​ນະ​ຄອນຫຼວງ​ກາ​ບູນ​ແລະ​ແຂວງ​ຄານ​ດາ​ຮາ ທາງ​ພາກ​ໃຕ້​ຂອງ​ອັ​ຟ​ກາ​ນີ​ສະ​ຖານ ໄດ້​ເກີດ​ການຫຼອ​ນ​ໂຈມ​ຕີ​ດ້ວຍ​ການ​ລະ​ເບີດຫຼາຍ​ເທື່ອ. ຕາມ​ຂໍ້​ມູນ​ຂອງ​ສະ​ພາ​ຄວາ​ມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ເຫດ​ການ​ລະ​ເບີດ​ເຫຼົ່າ​ນີ້ ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 41 ຄົນ​ເສຍ​ຊີ​ວິດ ແລະ 45 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ