ຜູ້​ຊາຍແດນ​ມາກ​ຜູ້​ໜຶ່ງ​ຖືກ​ຕັດ​ສິນ​ຕັດ​ອິດ​ສະ​ຫຼະ​ພາບ​ຍ້ອນ​ລະ​ເມີດ​ກົດ​ໝາຍ​ຕ້ານ​ຂ່າວ​ປອມຂອງ​ມາ​ເລ​ເຊຍ
2018-05-02 16:22:10  cri 
    ວັນ​ທີ 30 ເມ​ສາ​ຜ່ານ​ມາ, ຜູ້​ຊາຍ​ແດນ​ມາກ​ຜູ້​ໜຶ່ງ​ທີ່​ກ່າວ​ວ່າ​ເຈົ້າ​ໜ້າທີ່ຕຳຫຼວດ​ມາ​ເລ​ເຊຍມີ​ປະ​ຕິ​ກິ​ລິ​ຍາ​ຊັກ​ຊ້າ​ຕໍ່​ຄະ​ດີ​ລອບ​ຂ້ານັ້ນ ຖືກ​ສານ​ມາ​ເລ​ເຊຍ​ຕັດ​ສິນ​ຕັດ​ອິດ​ສະຫຼະ​ພາບ 7 ວັນ​ ທັງ​ປັບ​ໃໝ​ເງິນ 1 ໝື່ນ​ລິງ​ກິດ. ນີ້​ແມ່ນ​ຄະ​ດີ​ທຳ​ອິດ​ທີ່​ຖືກ​ລົງ​ໂທດ​ຍ້ອນ​ລະ​ເມີດ "ກົດ​ໝາຍ​ຕ້ານ​ຂ່າວ​ປອມ" ຂອງ​ມາ​ເລ​ເຊຍ.

    ຊາວ​ແດນ​ມາກ​ຜູ້ນີ້​ຊື່​ວ່າ ຊາ​ລາ​ເຮີ ຊາ​ລິມ ຊາ​ລິ​ເຮີ ຊູ​ໄລ​ມັນ, ປີນີ້​ອາ​ຍຸ 46 ປີ. ລາວ​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາແຈ້ງ​ຂ່າວ​ປອມ​ໂດຍ​ມີ​ເຈ​ຕະ​ນາ​ທີ່​ບໍ່​ດີ​ພາຍຫຼັງ​ອາ​ຈານ​ປາ​ເລັ​ສ​ຕີນ​ຜູ້​ໜຶ່ງ​ຖືກ​ລອບ​ຂ້າ​ຕາມ​ຖະ​ໜົນ​ມາ​ເລ​ເຊຍ​ໃນ​ວັນ​ທີ 21 ເມ​ສາ​ຜ່ານ​ມາ. ໃນ​ວິ​ດີ​ໂອ​ຕອນ​ໜຶ່ງ​ທີ່​ເຜີຍ​ແຜ່​ລົງ​ສື່​ສັງ​ຄົມ​ອອນ​ໄລ, ຊາ​ລາ​ເຮີ ກ່າວ​ວ່າ, ຫຼັງ​ຈາກ​ເກີດ​ຄະ​ດີນັ້ນ​ແລ້ວ, ລາວ​ໄດ້​​ໂທ​ລະ​ສັບ​ແຈ້ງ​ຄວາມຫຼາຍ​ເທື່ອ, ແຕ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃຊ້​ເວ​ລາ 50 ນາ​ທີ​ຈຶ່ງມາ​ຮອດ​ບ່ອນ​ເກີດ​ເຫດ.
ທ່ານ ເຟ​ຊີ ຜູ້​ບັນ​ຊາ​ການ​ໃຫຍ່​ຕຳຫຼວດ​ມາ​ເລ​ເຊຍ ໄດ້​ກ່າວ​ຕອບ​ໂຕ້​ເລື່ອງນີ້​ວ່າ, ຫຼັ​ງ​ຈາກ​ເກີດ​ເຫດ​ແລ້ວ​ບໍ່​ຮອດ 10 ນາ​ທີ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກໍ​ຂັບ​ລົດ​ລາ​ຕະ​ເວນ​ຮອດ​ບ່ອນ​ເກີດ​ເຫດ, ຄຳ​ເວົ້າ​ຂອງ ຊາ​ຊາ​ເຮີ ໄດ້​ທຳ​ລາຍ​ຊື່​ສຽງ​ຂອງ​ຕຳຫຼວດ ແລະ​ ​ປະ​ເທດ​ມາ​ເລ​ເຊຍ. ວັນ​ທີ 23 ເມ​ສາ​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຈັບ​ກຸມ​ຊາ​ລາ​ເຮີ​ຕາມ​ກົດ​ໝາຍ​ຕ້ານ​ຂ່າວ​ປອມ ທັງ​ດຳ​ເນີນ​ການ​ສືບ​ສວນ.

    ຊາ​ລາ​ເຮີ​ໄດ້​ຮັບ​ສາ​ລະ​ພາບ​ຕໍ່​ການ​ກ່າວ​ຟ້ອງ​ທີ່​ກ່ຽວ​ຂ້ອງ, ທັງ​ໄດ້​ກ່າວ​ຂໍ​ໂທດ​ຕໍ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແລະ​ປະ​ຊາ​ຊົນ​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ