ເຊື່ອ​ວ່າ​ຈີນ​ຈະ​ເປີດ​ປະຕູ​ສູ່ພາຍ​ນອກ​ກວ້າງ​ຂວາງ​ຕື່ມ​ອີກ
2018-05-03 11:18:30  cri 

ທ່ານ​ເທັນ​ເທັນ​ວິນ ​ເຈົ້າໜ້າ​ທີ່​ມຽນມາ ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ຢູ່​ນະຄອນຫຼວງປັກ​ກິ່ງ ຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍ​ກ່າວ​ວ່າ: ນັບ​ແຕ່​ດຳ​ເນີນ​ການ​ປະຕູ​ຮູບ​ແລະ​ເປີດ​ປະຕິ​ສູ່​ພາຍ​ນອກ​ຕະຫຼອດ 40 ປີຜ່ານມາ, ຈີນ​ໄດ້​ເປີດ​ກວ້າງ​ການ​ພົວພັນກັບ​ບັນດາ​ປະ​ເທດ​ໃນ​ໂລກ ​ເຮັດ​ໃຫ້​ຈີນ​ແລະ​ປະ​ເທດ​ອື່ນໆ​ມີ​ໂອກາດ​ຮ່ຳຮຽນ ​ແລະ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ ​ເຊື່ອ​ວ່າ​ຈີນ​ຈະ​ເປີດ​ປະຕູ​ສູ່ພາຍ​ນອກ​ຢ່າງກວ້າງ​ຂວາງ​ຕື່ມ​ອີກ.

ທ່ານ ດຣ ​ເທັນ​ເທັນ​ວິນ ​ແມ່ນ​ຜູ້​ຮັບຜິດຊອບ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຊີວະ​ພາບ ​ກະຊວງ​ສຶກສາ​ທິການ​ມຽນມາ ​ປັດຈຸບັນ​​ໄດ້​ມາສຶກສາ​ວິຊາ​ເຕັກນິກສິ່ງ​ແວດ​ລ້ອມ​ຊີວະ​ພາບ ຢູ່​ມະຫາວິທະຍາ​ໄລ​ອຸດສາຫະກຳ​ເຄມີ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ: ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຕະຫຼອດ 40 ປີຜ່ານມາ, ກຳລັງ​ດ້ານ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນ​ເປັນ​ທະວີຄູນ ​ແລະ​ກາຍ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ໂລກ. ຂະນະ​ດຽວ​ກັນ, ຈີນ​ກໍ​ມີ​ການ​ພັດທະນາ​ຢ່າງ​ພົ້ນ​ເດັ່ນ​ໃນ​ດ້ານ​ສັງຄົມ, ສາທາລະນະ​ສຸກ, ການ​ສຶກສາ, ສິ່ງ​ແວດລ້ອມ ​ແລະ​ວິທະຍາສາດ-​ເຕັກນິກ​ເປັນຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ