ທ່ານ​ທັກສິນ ຊິນນະ​ວັດ​ຮ້ອງ​ຟ້ອງ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ແຕ່​ຖືກ​ສານ​ຕີ​ກັບ
2018-05-03 11:27:50  cri 

ສານປົກຄອງ​ໄທປະກາດ​ໃນ​ວັນ​ທີ 1 ພຶດສະພາ​ນີ້​ວ່າ ​ໃນ​ວັນ​ດັ່ງກ່າວ, ສານໄດ້ຮັບຮອງ​ວ່າ ກະຊວງ​ການ​ຕ່າງປະ​ເທດ​ໄທປ​ະກາດ​ເພີກ​ຖອນ​ໜັງສືຜ່ານ​ແດນຂອງ​ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ໄທ​ແມ່ນ​ເປັນ​ການ​ກະທຳ​ທີ່​ຊອບ​ດ້ວຍ​ກົດໝາຍ ​ແລະ​ບໍ່​ຮັບ​ການ​ອຸທອນ​ຂອງ​ທ່ານ​ທັກສິນ ຊິນນະ​ວັດ​ທີ່​ຮ້ອງ​ຟ້ອງ​ຕໍ່​ກະຊວງ​ການ​ຕ່າງປະ​ເທດ.

ຄຳຕັດສິນຂອງສານປົກຄອງໄທ ລະບຸວ່າ: ລັດຖະບານ​ໄທ​ມີ​ສິດ​ປະຕິ​ເສດ​ບໍ່​ອອກ​ໜັງສືຜ່ານ​ແດນ​ໃຫ້​ແກ່​ບຸກຄົນ​ທີ່​ກ່ຽວຂ້ອງ ​ເພື່ອປ້ອງ​ກັນບໍ່​ໃຫ້​ຄົນ​ເຫຼົ່ານີ້​ໂຕນ​ໜີ​ອອກ​ຈາກ​ປະ​ເທດ.

ຄຳ​ຕັດສິນ​ຂອງ​ສານ​ຍັງ​ລະບຸ​ຕື່ມ​ວ່າ: ຖ້ອຍ​ຄວາມ​ຂອງ​ທ່ານ​ທັກສິນ ຊິນນະ​ວັດ​ທີ່​ກ່າວ​ຂະນະ​ທີ່​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຢູ່​ຕ່າງປະ​ເທດ​ນັ້ນ ບໍ່​ສອດຄ່ອງ​ກັບ​ລະບອບລາຊາທິປະ​ໄຕ​ໃຕ້​ລັດຖະທຳ​ມະນູນ​ຂອງ​ໄທ ທັງ​ເປັນການ​ທຳຮ້າຍ​ຕໍ່​ລະບອບ​ລາຊະ​ທິປະ​ໄຕ, ພາບ​ພົດ​ ​ແລະ​ກຽດ​ສັກ​ສີ​ຂອງ​ຊາດນຳ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ