ອາ​ເມ​ລິ​ກາ​ກ່າວ​ວ່າ ຖ້າ​ມີ​ຄວາມ​ຈຳ​ເປັນ ​ປະ​ເທດ​ຕົນ​ຈະ​ປະ​ຕິ​ບັດ "ນະ​ໂຍ​ບາຍ​ການຕ່າງ​ປະ​ເທດທີ່​ເຂັ້ມ​ແຂງ"
2018-05-03 11:28:38  cri 
ວັນ​ທີ 2 ພຶດ​ສະ​ພາ​ນີ້, ທ່ານ ​ໄມ້​ຄ໌ ປອມ​ແປວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ອາ​ເມ​ລິ​ກາຜູ້​ໃໝ່​ໄດ້ກ່າວ​ໃນ​ພິ​ທີສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ​ວ່າ, ອາ​ເມ​ລິ​ກາ​ຈະ​ປະ​ຕິ​ບັດ "ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ​ທີ່​ເຂັ້ມ​ແຂງ" ເມື່ອ​ມີ​ຄວາມ​ຈຳ​ເປັນ, ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ​ເປັນ​ບູ​ລິ​ມະ​ສິດ.

ໃນ​ມື້​ດັ່ງ​ກ່າວ, ທ່ານ ໄມ້​ຄ໌ ປອມ​ແປວ ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ສະ​ໄໝ​ທີ 70 ຢ່າງ​ເປັນ​ທາງ​ການ. ທ່ານ​ໄດ້​ກ່າວ​ປາ​ໄສວ່າ, ປັດ​ຈຸ​ບັນ, ຄວາມ​ໝັ້ນ​ຄົງ, ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ເສ​ລີພາບ​ຂອງ​ອາ​ເມ​ລິ​ກາ​ໄດ້​ປະເຊີນ​ກັບ​ການ​ຂົ່ມ​ຂູ່​ຢ່າງ​ຫຼວງ​ຫຼາຍ, ທ່ານ​ຈະ​ນຳ​ພາ​ຄະ​ນະກະ​ຊວງ​ການ​ຕ່າງ​ປະ​ເທດພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ເຫຼົ່າ​ນີ້, ເພື່ອ​ຮັບ​ປະ​ກັນ​ໃຫ້​ອາ​ເມ​ລິ​ກາ​ເປັນ​ຜູ້​ນຳ​ທີ່​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື​ແລະ​ມີ​ຫຼັກ​ການ​​ໂດຍ​ຕະ​​ຫຼອດ​ໃນ​ເວ​ທີ​ສາ​ກົນ.

ເມື່ອ​ກ່າວ​ເຖິງ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ, ທ່ານ ປອມ​ແປວ ກ່າວ​ວ່າ, ປັດ​ຈຸ​ບັນ, ຍັງ​ບໍ່​ຮູ້​ຜົນສຸດ​ທ້າຍ​ເທື່ອ, ແຕ່ "ປັດ​ຈຸ​ບັນ​ຮອດ​ເວ​ລາ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ຢ່າງ​ເຖິງ​ຖອງ​ແລ້ວ".

ທ່ານ ປອມ​ແປວ ກ່າວ​ຕື່ມ​ວ່າ, ອາ​ເມ​ລິ​ກາ​ພວມ​ຮັບ​ມື​ກັບ​ການ​ກະ​ທຳ​ທີ່ເປັນ​ປໍ​ລະ​ປັກ​ຕ່າງໆ​ຂອງ​ອີ​ຣານ, ຈະ​ທຳ​ການ​ຕັດ​ສິນ​ກ່ຽວ​ກັບ​ສັນ​ຍາ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ທີ່​ມີ​ຄວາມ​ບົກ​ຜ່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ