ທ່ານ​ສີ​ຈິ້ນ​ຜິງ ຢ້ຽມ​ຢາມມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ
2018-05-03 10:37:12  cri 

ໃນ​​ໂອ​ກາດ​ວັນ​ຊາວ​ໜຸ່ມ​​ຈີນວັນ​ທີ 4 ພຶດ​ສະ​ພາ​ແລະ​​ວັນ​ສ້າງ​ຕັ້ງມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ ​ຄົບ​ຮອບ 120 ປີ​ທີ່​ຈະ​ມາ​ເຖິງນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໄປ​ຢ້ຽມ​ຢາມ​ມະ​ຫາ​ວິທະ​ຍາ​ໄລ​ປັກ​ກິ່ງ​ໃນ​ວັນ​ທີ 2 ພຶດ​ສະ​ພາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ຕາງ​ໜ້າ​ສູນ​ກາງ​ພັກ, ໄດ້ຢື້​ຢາມ​ຖາມ​ຂ່າວ​ຕໍ່ພະ​ນັກ​ງານ​ນັກ​ສຶກ​ສາ, ​ຄູ​ອາ​ຈານ​, ອະ​ດີດນັກ​ສຶກ​ສາ​ທັງຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ຮຽນ​ຈົບ​​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ, ຊາວ​ໜຸ່ມ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ, ແລະ​ພະ​ນັກ​ງານ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ. ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ການ​ທີ່ຍຶດ​ໝັ້ນ​ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ດີ, ສ້າງ​ປະ​ເທດ​ຈີນ​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງ, ​ສິ່ງ​ນີ້ແມ່ນ​ໜ້າ​ທີ່​ໄລ​ຍະ​ຍາວ​ແລະຕ້ອງ​ການ​ຄວາມ​ສູ້​ຊົນ​​ຮ່ວມຂອງ​ປະ​ຊາ​ຊົນ​ຈີນ​ຮຸ້ນ​ຕໍ່​ຮຸ້ນ. ຊາວ​ໜຸ່ມ​ທັງ​ຫຼາຍ​ຄວນ​ກາຍ​ເປັນ​ກຳ​ລັງ​ມິດບ​ທີ່​ຈະ​ຍູ້​ດັນ​ໃຫ້​ຊົນ​ຊາດ​ຈີນບັນ​ລຸ​ຜົນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່, ​ເປັນ​ຜູ້ແບກຫາບ​ຄວາມ​ຫວັງ​ຂອງ​ປະ​ເທດ​ຊາດແລະ​ຊົນ​ຊາດ. ​​ສະ​ຖາ​ບັນ​ການ​ສຶກ​ສາຊັ້ນ​ສູ​ງ​ຄວນ​ກຳ​ໜ້​າ​ທີ່​ພື້ນ​ຖານ​ແຫ່ງ​ການ​ສຶກ​ສາ​ອົບ​ຮົບ​ຜູ້​ກໍ່​ສ້າງ​ແລະ​ຜູ້​​ສືບ​ທອດ​ສັງ​ຄົມ​ນິ​ຍົມ, ​ຕັ້ງ​ໜ້າ​ສູ້​ຊົນສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ດີ​ເດັ່ນ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ຂຶ້ນ​ສູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລະ​ດັບ​ແຖວ​ໜ້າ​ຂອງ​ໂລກ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ