ພິທີລະນຶກວັນ​ຄ້າຍ​ວັນເກີດ​ຂອງ​ທ່ານ​ຄານມາກຄົບຮອບ 200 ປີ
2018-05-03 16:27:57  cri 
ພິທີ​ລະນຶກ​ວັນ​ຄ້າຍ​ວັນເກີດ​ຂອງ​ທ່ານ​ຄານມາກ​ຄົບຮອບ 200 ປີ​ຈະ​ຈັດຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ​ໃນ​ເວລາ 10 ​ໂມງ​ເຊົ້າ​ວັນ​ທີ 4 ພຶດສະພາ​ນີ້. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ, ປະ​ທານ​ປະ​ເທດຈີນ, ປະທານຄະນະ​ກຳມະການ​ການ​ທະຫານ​ສູນ​ກາງຈີນຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ແລະ​ກ່າວ​ປາ​ໄສ​ທີ່​ສຳຄັນ.

​ໃນ​ເວລາ​ນັ້ນ, ສະຖາ​ນີ​ໂທລະພາບ​ສູນ​ກາງ, ສະຖານີ​ວິທະຍຸ​ປະຊາຊົນ​ສູນ​ກາງ ​ແລະ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ທີ່​ຂຶ້ນ​ກັບສະຖານີ​ວິທະຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຈະກະຈາ​ຍສຽງ ​ແລະ​ອອກ​ອາກາດ​ສົດ​ພິທີ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ