ພິມຈຳໜ່າຍ​ປຶ້ມສຳຄັນ​ເພື່ອລະນຶກ​ວັນ​ເກີດ​ຂອງ​ທ່ານ​ມາກ​ຄົບຮອບ 200 ປີ
2018-05-04 14:45:31  cri 

ການສຳ​ມະ​ນາ​ກ່ຽວ​ກັບ​ການ​ພິມ​ຈຳໜ່າຍປຶ້ມສຳຄັນ​ເພື່ອ​ລະນຶກ​ວັນ​ເກີດ​ຂອງທ່ານ​ມາກ​​ຄົບຮອບ 200 ປີ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 3 ​ພຶດສະພາ​ນີ້ ​ໂດຍ​ຄະນະ​​ໂຄສະນາ​ອົບຮົມສູນ​ກາງ​ພັກ ​ແລະສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ​ແລະ​ເອກະສານ​ດ້ານ​ປະຫວັດສາດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເປັນ​ເຈົ້າພາບ.

​ໃນການສຳມະນາ​ໄດ້​ຊີ້​ວ່າ: ປຶ້ມສຳຄັນ​ທີ່​ຮຽບຮຽງ​ແລະ​​ແປ​ແລ້ວ​ພິມ​ຈຳໜ່າຍ​ເພື່ອ​ລະນຶກ​ວັນ​ເກີດ​ຂອງ​ທ່ານ​ມາກ​​ຄົບຮອບ 200 ປີ​ເທື່ອ​ນີ້ ມີ​ຄວາມ​ໝາຍ​ສຳຄັນຫຼາຍຕໍ່​ການ​ຊຸກຍູ້​ໃຫ້​ພະນັກງານ ​ແລະ ປະຊາຊົນທົ່ວ​ເຂດ​ໄພສານ​ຮ່ຳຮຽນ ​ແລະ​ໝູນ​ໃຊ້​ທິດ​ສະ​ດີ​ພື້ນຖານ​ຂອງ​ລັດທິ​ມາກ​ດ້ວຍ​ທ່າ​ທີທີ່​ມີ​ວິທະຍາສາດ, ກຳ​ແໜ້ນ​ເນື້ອ​ໃນ​ພື້ນຖານ​ແລະ​ຈິດ​ໃຈທາດ​ແທ້ຂອງ​ລັດທິ​ມາກ​ຈາກ​ແຫຼ່ງກຳ​ເນີ​ດ, ຮັບ​ຮູ້ຜົນງານ​ອັນ​ສະຫວ່າງ​ສະ​ໄຫວ ​ແລະ ການປະກອບສ່ວນ​ອັນ​ເລີດ​ລ້ຳ​ຂອງ​ທ່ານ​ມາກ​ຢ່າງ​ເລິກ​ເຊິ່ງ, ຮ່ຳຮຽນ ​ແລະ​ຜັນ​ຂະຫຍາຍ​ແນວ​ຄິດ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ​ແລະ​ຈິດ​ໃຈ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນຢ່າງ​ເລິກ​ເຊິ່ງ, ​ແລະ​ເດັດດ່ຽວ​ຍຶດໝັ້ນ​​ໃນ​ການເຊື່ອຖື​ລັດທິ​ມາກ​ຢ່າງ​ມີ​ວິທະຍາສາດ, ອຸດົມ​ການ​ກອມ​ມູນິດອັນ​ຍິ່ງ​ໃຫຍ່-ຍາວ​ໄກ ​ແລະອຸດົມ​ການ​ຮ່ວມສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ