ຈີນ​ແລະ​ໂດ​ມີ​ນີ​ກັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢືນ​ຢັນ​ວ່າ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແມ່ນທ່າ​ອ່ຽງ​ທີ່​ຕ້ອງ​ເປັນ​ໄປ
2018-05-04 16:26:06  cri 
ຕາມ​ຂ່າວ CRI: ​ວັນ​ທີ 3 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ, ຈີນ​ແລະ​ໂດ​ມີ​ນີ​ກັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​​ຖືກ​ກັບ​ຄວາມ​ມຸ່ງ​ມາດ​ປາຖະຫນາ​ຂອງ​ປະຊາຊົນແລະ​ແມ່ນທ່າ​​ອ່ຽງ​ທີ່​ຕ້ອງ​ເປັນ​ໄປ.

ໂດຍ​ແນ​ໃສ່​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ໃສ່​ຮ້າຍ​ປ້າຍ​ສີ​ວ່າ​ໂດ​ມີ​ນີ​ກັນ​ຕັດ​ການ​ພົວ​ພັນ​ກັ​ບ​ໄຕ້​ຫວັນ​ຍ້ອນ​ທຶນ​ຊ່ວຍ​ເຫຼືອ​ຢ່າງ​ໃຫຍ່​ຫຼວງ, ປະ​ທາ​ນາ​ທິ​ບໍ​ດີ​ໂດ​ມີ​ນີ​ກັນ​ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ການ​ທີ່​ປະ​ເທດ​ຕົນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ​ບໍ່​ມີ​ເງື່ອນ​ໄຂ​ເພີ່ມ​ເຕີມ​ໃດໆ, ​ສິ່ງ​ທີ່​ໂດ​ມີ​ນີ​ກັນ​ຄວນ​ເຮັດ​ກໍ​ຄື​ໄປ​ໃຫ້​ທ່ວງ​ທັນ​ກັບ​ກະ​ແສ​ປະ​ຫວັດ​ສາດເທົ່າ​ນັ້ນ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ກ່າວ​ວ່າ, "ໃນ​ໂລກ​ມີ​ແຕ່​ປະ​ເທດ​ຈີນ​ພຽງ​ໜຶ່ງ​ດຽວ, ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແມ່ນ​ລັດ​ຖະ​ບານ​ຊອບ​ກົດ​ໝາຍ​ພຽງ​ໜຶ່ງ​ດຽວ​ທີ່​ສາ​ມາດ​ຕາງ​ໜ້າ​ທົ່ວ​ປະ​ເທດ​ຈີນ, ໄຕ​ຫວັນ​ແມ່ນ​ພາ​ກ​ສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​ແບ່ງ​ແຍກ​ບໍ່​ໄດ້. ການ​ທີ່​ຈີນ​ແລະ​ໂດ​ມີ​ນີ​ກັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ໄດ້​ຢັ້ງ​ຢືນ​ອີກ​ຄັ້ງ​ໜຶ່ງວ່າ​ຍຶດ​ໝັ້ນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວແມ່ນຖືກ​ກັບ​ຄວາມ​ມຸ່ງ​ມາດ​ປາຖະຫນາ​ຂອງ​ປະຊາຊົນແລະ​ທ່າ​ອຽງ​ທີ່​ຕ້ອງ​ເປັນ​ໄປ​, ເອົາ​ອ້ອຍ​ຂັດ​ຂາ​ຊ້າງ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ກະ​ແສ​ປະ​ຫວັດ​ສາດ​ທີ່​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ພວກ​ເຮົາ​ເຊື່ອ​ວ່າ, ຄຽງ​ຄູ່​ກັບ​ຈີນ​ແລະ​ໂດ​ມີ​ນີ​ກັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ, ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ປ່ອຍ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ນີ້​ຈະ​ສ້າງ​ໂອ​ກາດ​ອັນ​ໃຫຍ່​ຫຼວງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ໂດ​ມີ​ນີ​ກັນ, ແລະ​ສ້າງ​ຜົນ​ປະ​ໂຍຍດ​ແລະ​ຄວາມສົມ​ບູ​ພູນ​ສຸກ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ