ບົດ​ລາຍ​ງານ​ເຫັນ​ວ່າ​ປະ​ເທດ​ອາ​ຊຽນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ຕໍ່​ເນື່ອງ
2018-05-04 16:32:15  cri 
ຫ້ອງ​ການ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ມະ​ຫາ​ພາກ​ອາ​ຊຽນ, ຈີນ, ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ໄດ້​ເປີດ​ເຜີຍ​ "ບົດ​ລາຍ​ງານ​ວິ​ໄສ​ທັດ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ປີ 2018" ໃນ​ວັນ​ທີ 3 ພຶດ​ສະ​ພາ​ນີ້​​ວ່າ, ປະ​ເທດ​ອາ​ຊຽນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ຕໍ່​ເນື່ອງ.

ບົດ​ລາຍ​ງານ​ຄາດ​ວ່າ, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ການ​ລົງ​ທຶນ​ກ່ຽວ​ກັບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ໃນ 5 ປີ​ຕໍ່​ໜ້າ, ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈະ​ບັນ​ລຸ​ເຖິງ 600 ຕື້​ຫາ 800 ຕື້​ໂດ​ລາ​ສະ​ຫະ​ລັດ. ການ​ລົ​ງ​ທຶນ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ກຸ່ມ​ເສດ​ຖະ​ກິດ​ຂອງ​ອາ​ຊຽນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ດ້ານ​ການ​ສະ​ໜອງ​ພະ​ລັງ​ງານ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ໃຫ້ເຊື່ອມ​ຈອດ​ກັນ, ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພາກ​ພື້ນ​ແລະ​ອື່ນໆ.

ພ້ອມ​ກັນ​ນັ້ນ, ການ​ກໍ່​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຍັງ​ສາ​ມາດ​ຊຸກ​ຍູ້​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ຂອງ​ປະ​ເທດ​ອາ​ຊຽນ. ບົດ​ລາຍ​ງານ​ໄດ້​ນຳ​ໃຊ້​ຕົວ​ເລກວິ​ເຄາະ​ເສດ​ຖະ​ກິດ​ຊີ້​ໃຫ້​ເຫັນ​ວ່າ, ຖ້າ​ວ່າການ​ລົງ​ທຶນ​ສາ​ທາ​ລະ​ນະ​ທີ່​ກ່ຽວ​ຂ້ອງ​ຂອງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ເງິນ​ທຶນ 20% ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ອາ​ຊຽນ, ການ​ລົງ​ທຶນ​ເຫຼົ່າ​ນີ້​ອາດ​ຈະ​ຊຸກ​ຍູ້​ການ​ລົງ​ທຶນ​​ພາກເອ​ກະ​ຊົນ​ທີ່​ເທົ່າ​ກັບ 0,3% ຂອງ​ລວມຍອດ​​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ພາກ​ພື້ນ​​ນີ້​ໃນສອງ​ປີ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ