ລັດຖະມົນຕີ​​ການ​ຕ່າງປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານບໍ່​ມີ​ຜົນ​ດີ​ຕໍ່​ກົນ​ໄກ​ບໍ່​ແຜ່ຜາຍ​ອາວຸດນິວ​ເຄຼຍ
2018-05-04 18:04:06  cri 
ວັນ​ທີ 3 ພຶດສະພາ​ນີ້, ທ່ານ​​ເຊີ​ເກ ລັບ​ຟ່ຣ້ອບຟ່ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍກ່າວ​ວ່າ: ຖ້າ​ອາ​ເມ​ລິ​ກາ​ຖອນອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານຈະສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ການ​ຮັກສາ​ກົນ​​ໄກ​ບໍ່​​ແຜ່ຜາຍ​ອາວຸດນິວ​ເຄຼຍຂອງ​ໂລກ.
​ໃນ​ມື້​ດຽວ​ກັນ, ທ່ານ​ລັບ​ຟ່ຣ້ອບຟ່ໄດ້​​ພົບ​ປະເຈລະຈາ​ກັບ​ທ່ານ​ອາ​ມານ ສະ​ຟາ​ດີ ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຊອກ​ດາ​ນີຢູ່​ເມືອງ​ໂຊ​ຊີ້​ ປະ​ເທດຣັດ​ເຊຍ. ​​ທ່ານລັບ​ຟ່ຣ້ອບຟ​ໄດ້​ກ່າວ​​ໃນ​ໂອກາດ​ຮ່ວມ​ກັນ​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ຫຼັງ​ການ​ພົບ​ປະ​ວ່າ: ຖ້າ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານດັ່ງ​ທີ່​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ມາ​ຫຼາຍ​ເທື່ອ​ນັ້ນ, ປະຊາ​ຄົມ​ໂລກ​ຈະ​ເສຍ​ເອກະສານ​ສຳຄັນ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຮັກສາ​ກົນ​ໄກ​ບໍ່​ແຜ່​ຜາຍ​ອາວຸດນິວ​ເຄຼຍ. ສັນຍາ​ນິວ​ເຄຼຍອີຣານ​ໄດ້​ຮັບຮອງ​ໂດຍ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ, ສະ​ນັ້ນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຄວນ​ປະຕິບັດ​​ຢ່າງ​ເຂັ້ມ​ງວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ