ຕ້ອນຮັບ​ວັນ​ຊາວ​ໜຸ່ມ​ຈີນ
2018-05-04 18:07:58  cri 

ວັນ​ທີ 3 ພຶດສະພາ​ນີ້, ນັກ​ສຶກສາ​ປະລິນຍາ​ໂທ​ຜູ້​ໜຶ່ງຂອງ​ມະຫາວິທະຍາ​ໄລ​ສິຈິດຕະກຳ​ເສ​ສວນ​​ໄດ້​ແຕ້ມຮູບ​ກັບ​ນັກຮຽນ​ຂອງ​ໂຮງຮຽນປະຖົມ​ອ່ານ​ຊ່າງ. ​ເພື່ອ​ຕ້ອນຮັບ​ວັນ​ຊາວ​ໜຸ່ມ​ຈີນ, ນັກສຶກສາ​ປະລິນຍາ​ໂທ​ຂອງມະຫາວິທະຍາ​ໄລ​ສິຈິດຕະກຳ​ເສ​ສວນ 5 ຄົນ​ເຂົ້າ​ມາ​ໂຮງຮຽນ​ປະຖົມ​ອ່ານ​ຊ່າງ​ເມືອງ​ເປຍ​ສວນນະຄອນ​ມຽນຢາງ​ແຂວງ​ເສ​ສວນ ​ແລະ​ຮ່ວມ​ແຕ້ມຮູບ​ກັບ​ນັກຮຽນ​ປະຖົມກ່ຽວ​ກັບ​ຄວາມ​ຝັນ​ໃນ​ອະນາ​ຄົດ. ຜົນງານຮູບ​​ແຕ້ມ​ເຫຼົ່າ​ນັ້ນ​ຈະ​ຖືກ​ນຳ​ໄປ​ປະມູນຂາຍ​ທາງ​ອິນ​​ເຕີ​ເນັດ​ໂດຍ​ບໍລິ​ສັດ​ Alibaba ​ແລ້ວນຳ​ເງິນ​ທີ່​ໄດ້​ໄປ​ມອບ​​ເປັນ​ທຶນ​ການ​ສຶກສາໃຫ້ນັກຮຽນທຸກ​ຍາກຢູ່​ທ້ອງ​ຖິ່ນດັ່ງກ່າວ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ