ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາຫຼີ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ວາງຢີ້
2018-05-04 16:07:18  cri 
    ທ່ານ ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ພັກ​ແຮງ​ງານ​ເກົາຫຼີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ສ​ປ​ປ​ ເກົາຫຼີ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ໄປ​ຢ້ຽມ​ຢາມ​ຢູ່​ສຳ​ນັກ​ງານ​ໃຫຍ່​ສູນ​ກາງ​ພັກ​ໃນ​ວັນ​ທີ 3 ພຶດ​ສະ​ພານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ວາງຢີ້ ໄດ້​ຝາກຄວາມຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ຕໍ່​ທ່ານ ກິມ​ເຈິງ​ອຸນ. ທ່ານ​ກ່າວ​ຕື່ມ​ວ່າ, ກ່ອນ​ໜ້ານີ້​ບໍ່​ດົນ, ສະ​ຫາຍ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໄດ້​ຢ້ຽມ​ຢາມ​ຈີນ​ຢ່າງ​ສຳ​ເລັດ​ຜົນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ໄດ້​ພົບ​ປະ​ກັບ​ສະ​ຫາຍ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄັ້ງ​ປະ​ຫວັດ​ສາດ ໂດຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ຕ່າງໆ ແລະ​ໄດ້​ເປີດ​ໜ້າ​ໃໝ່​ອ່ຽມ​ຂອງ​ປຶ້ມ​ປະ​ຫວັດ​ການ​ພົວ​ພັນ​ຈີນ-ສ​ປ​ປ​ເກົາຫຼີ.

    ທ່ານ ວາງຢີ້ ກ່າວ​ອີກວ່າ,ຈີນ​ສະ​ໜັບ​ສະ​ໜູນ​ແລະ​ຊົມ​ເຊີຍ​ການ​ພົບ​ປະ​ຢ່າງ​ສຳ​ເລັດ​ຜົນ​ລະ​ຫວ່າງ​ຜູ້​ນຳ​ 2 ເກົາຫຼີ ແລະ​ການ​ອອກ "ຖະ​ແຫຼງ​ການ​ປານ​ມູນ​ຈອມ" ເຊິ່ງ​ມີ​ຄວາມ​ໝາຍ​ຂີດ​ແບ່ງ​ຍຸກ​ສະ​ໄໝ. ການ​ພົບ​ປະ​ດັ່ງ​ກ່າວ ໄດ້​ສ້າງ​ໂອ​ກາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​​ຫາ​ແຫຼມ​ເກົາຫຼີ​ດ້ວ​ຍ​ວິ​ທີ​ການ​ເມືອງ. ຈີນ​ສະ​ໜັບ​ສະ​ໜູນ​ແຫຼມ​ເກົາຫຼີ​ສິ້ນ​ສຸດ​ສ​ະ​ພາ​ວະ​ສົງ​ຄາມ ແລະ​ບັນ​ລຸ​ການ​ປ່ຽນ​ແປງ​ຈາກ​ກົນ​ໄກ​ຢຸ​ດ​ຍິງ​ໄປ​ສູ່​ກົນ​ໄກ​ສັນ​ຕິ​ພາບ, ສະ​ໜັບ​ສະ​ໜູນທີ່ ສ​ປ​ປ​ ເກົາຫຼີ ປ່ຽນ​ໃຈ​ກາງ​ຍຸດ​ທະ​ສາດ​ໄປ​ສູ່​ການ​ສ້າງ​ເສດ​ຖະ​ກິດ, ສະ​ໜັບ​ສະ​ໜູນ​ທີ່ ສ​ປ​ປ ເກົາຫຼີ ​ແກ້​ໄຂ​ຄວາມ​ເອົາ​ໃຈ​ໃສ່​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ຊອບ​ທຳ​ຂອງ​ຕົນ​ໃນ​ຂະ​ບວນ​ການ​ຊຸກ​ຍູ້​ການ​ປອດ​ນິວ​ເຄ​ລຍ. ຈີນ​ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ເພີ່ມ​ທະ​ວີ​ການປະ​ສານ​ງານກັບ ສ​ປ​ປ ເກົາຫຼີ​ ກ່ຽວ​ກັບ​ເລື່ອງນີ້.

     ທ່ານ ກິມ​ເຈິງ​ອຸນ ຂໍ​ໃຫ້​ທ່ານ ວາງ​ຢີ້ ຝາກ​ຄວາມຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ຕໍ່​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ. ທ່ານ​ກ່າວ​ວ່າ, ມິດ​ຕະ​ພາບ​ສ​ປ​ປ​ເກົາຫຼີ-ຈີນ ແມ່ນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ທີ່​ສືບ​ທອດ​ມາ​ຈາກ​ຜູ້​ນຳ​ຮຸ້ນ​ອາ​ວຸ​ໂສ​ຂອງ​ສອງ​ປະ​ເທດ. ການ​ບູ​ລະ​ນະ​ແລະ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສ​ປ​ປ​ເກົາຫຼີ​ກັບ​ຈີນ ແມ່ນ​ທິດ​ທາງ​ຍຸດ​ທະ​ສາດ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ ສ​ປ​ປ ເກົາຫຼີ. ກ່ອນ​ໜ້ານີ້​ບໍ່​ດົນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ປະ​ຫວັດ​ສາດ ໂດຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ຄິດ​ກັບ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ, ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ ແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ. ສ​ປ​ປ ເກົາຫຼີ ຍິນ​ດີ​ຮ່ວມ​ກັບ​ຈີນ, ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ສອງ​ປະ​ເທດ​ໃຫ້​ກ້າວ​ໄປ​ສູ່​ໄລ​ຍະ​ໃໝ່​ທີ່​ສູງກວ່າ​ເກົ່າ. ສ​ປ​ປ ເກົາຫຼີ ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ແລະ ຍິນ​ດີ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ຍຸດ​ທະ​ສາດ​ກັບ​ຈີນ.

    ທ່ານ ກິນ​ເຈິງ​ອຸນ ກ່າວ​ຕື່ມ​ວ່າ, ການ​ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາຫຼີ ແມ່ນຫຼັກ​ໝັ້ນ​ອັນ​ເດັດ​ດ່ຽວ​ຂອງ​ສ​ປ​ປ ເກົາຫຼີ. ໃນ​ໄລ​ຍະ​ໜຶ່ງ​ມານີ້, ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ ໄດ້​ປາ​ກົດ​ມີ​ການ​ປ່ຽ​ນ​ແປງ​ຢ່າງ​ຕັ້ງ​ໜ້າ, ທັງ​ນີ້​ແມ່ນ​ມີ​ຄວາມ​ໝາຍຫຼາຍ ແລະ​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ດ້ວຍ​ສັນ​ຕິ​ວິ​ທີ. ສ​ປ​ປ​ ເກົາຫຼີ ຍິນ​ດີ​ຟື້ນ​ຟູ​ການ​ເຈ​ລ​ະ​ຈາ​ກັນເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ​ຊອກ​ຄົ້ນ​ການ​ກຳ​ຈັດກົກ​ເຄົ້າທີ່​ຂົ່ມ​ຂູ່​ສັ​ນ​ຕິ​ພາບ​ຂອງ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ