ການ​ຮ່ວມ​ມື​ທາງ​ເສ​ດ​ຖະ​ກິດ​ດິ​ຈິ​ຕອນ​ຈີນ-ອິນ​ໂດ​ເນ​ເຊຍ​ມີ​ອະ​ນາ​ຄົດ​ອັນ​ສົດ​ໃສ
2018-05-04 16:15:01  cri 
    ທ່ານ ຣູ​ດີ​ອັນ​ຕາ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ໂນ​ໂລ​ຊີການ​ສື່​ສານ​ແລະ ຂໍ້​ມູນ​ຂ່າວ​ສານອິນ​ໂດ​ເນ​ເຊຍ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ໃນ​ຫວ່າງມໍ່ໆ​ມານີ້​ວ່າ, ຍິນ​ດີ​ຕ້ອນ​ຮັບ​ແລະ​ຂອບ​ໃຈຫຼາຍ​ຕໍ່​ນັກ​ລົງ​ທຶນ​ຈີນ​ທີ່​ໄດ້​ສ້າງ​ມູນ​ຄ່າ​ເພີ່ມ ຫຼາຍກວ່າ​ເກົ່າໃຫ້​ແກ່ເສດ​ຖະ​ກິດ​ດິ​ຈິ​ຕອນ​ ແລະ​ໄດ້​ປະ​ກອບ​ສ່ວນ​ໃນ​ການ​ເຝິກ​ອົບ​ຮົມ​ກໍ່​ສ້າງຜູ້​ມີ​ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ຮຸ່ນ​ໃໝ່ຂອງ​ປະ​ເທດ​ຕົນ, ການ​ຮ່ວມ​ມືທາງ​ເສ​ດ​ຖະ​ກິດ​ດິ​ຈິ​ຕອນ​ລະ​ຫວ່າງ​ສອງ​ປະ​ເທດ ຈະ​ມີ​ອະ​ນາ​ຄົດ​​ທີ່ສົດ​ໃສ.

    ທ່ານ ຣູ​ດີ​ອັນ​ຕາ​ຣາ ກ່າວ​ວ່າ, ເມື່ອ​ເບິ່ງ​ຈາກ​ມຸມ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ແລ້ວ​ເຫັນ​ວ່າ, ການ​ເມືອງ, ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ປະ​ເທດ​ຕົນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ໜັກ​ແໜ້ນ​ທີ່​ສຸດ​ໃນ​ຮອບ 10 ປີ​ມານີ້; ເມື່ອ​ເບິ່ງ​ຈາກ​ມຸມ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ແລ້ວ​ເຫັນ​ວ່າ, ໃນ 3 ປີ​ຜ່ານ​ມາ, ​ສະ​ເລ່ຍ​ແລ້ວ ເສດ​ຖະ​ກິດ​ປະ​ເທດ​ຕົນ​ໄດ້​ເຕີບ​ໂຕ 5% ຕໍ່​ປີ, ສະ​ພາບເສດ​ຖະ​ກິດ​ລວມ​ຢູ່​ໃນ​ລະ​ດັບ​ກາງ​ແລະ​ສູງ​ໃນ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ຂອງ​ໂລກ.

    ທ່ານ ຣູ​ດີ​ອັນ​ຕາ​ຣາ ກ່າວຕື່ມ​ວ່າ, ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຕ້ອນ​ຮັບ​ທີ່​ສຸດ​ຕໍ່​ນັກ​ລົງ​ທຶນ​ຈີນ​ທີ່​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ເສດ​ຖະ​ກິດ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ຕົນ ຫຼາຍກວ່າ​ເກົ່າ ແລະ ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ອົບ​ຮົມກໍ່​ສ້າງ​ຜູ້​ມີ​ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ຮຸ່ນ​ໃໝ່​ຂອງ​ປະ​ເທດ​ຕົນ. ຊາວ​ໜຸ່ມ​ປະ​ເທດ​ຕົນ​ຍັງ​ຕ້ອງ​ຮ່ຳ​ຮຽນ​ນຳ​ປະ​ເທດ​ທີ່​ກ້າວ​ໜ້າ​ເຊັ່ນ​ຈີນ​ເປັນ​ຕົ້ນ​ຢ່າງ​ຖ່ອມ​ຕົວ​ແລະ​ບໍ່​ຢຸດຢັ້ງ, ຍົກ​ລະ​ດັບ​ຕົນ​ເອງ​ຢ່າງ​ບໍ່​ຢຸດຢັ້ງ​ເພື່ອ​ບັນ​ລຸ​ເຖິງ​ມາດ​ຖານ​ສາ​ກົນ​ແລະ​ລະ​ດັບ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ