ໂຄມ​ໄຟ​ທີ່​ບໍ່​ມີ​ໂຄງ​​ຂອງ​ແຂວງ​ເຈີ້​ຈ່ຽງ
2018-05-04 16:26:35  cri 


ພາບນີ້​ຄື​ໂຄມ​ໄຟ​ຖັກ​ແສ່ວທີ່​ບໍ່​ມີ​ໂຄງ​ທີ່​ວາງ​ສະ​ແດງ​ຢູ່​ເມືອງ​ຊ່ຽນ​ຈູ່​ນະ​ຄອນ​ທ່າຍ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ທີ່​ຖ່າຍ​ໃນ​ວັນ​ທີ 3 ພຶດ​ສະ​ພານີ້.
ໂຄມ​ໄຟ​ຖັກ​ແສ່ວທີ່​ບໍ່​ມີ​ໂຄງ​ດ້ານ​ໃນ ໄດ້​ຖືກ​ລັດ​ຖະ​ບານ​ຈີນ​ຈັດ​ເຂົ້າ​ໃ​ນ​ບັນ​ຊີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ຈີນງວດ​ທຳ​ອິດ​ໃນ​ປີ 2006, ມັນ​ແມ່ນ​ໜຶ່ງ​ໃນ​ເຄື່ອງ​ຫັດ​ຖະ​ກຳ​ພື້ນ​ເມືອງ​ຂອງ​ຈີນ ແລະ​ເລີ່ມ​ມີ​ຂຶ້ນ​ໃນ​ລາ​ຊະ​ວົງ​ຖັງ. ວິ​ທີ​ການ​ເຮັດ​ໂຄມ​ໄຟ​ຊະ​ນິດນີ້ ​ຂ້ອນ​ຂ້າງ​ຫຍຸ້ງ​ຍາກສັບ​ສົນ, ໂດຍ​ຈະ​ຜ່ານ 10 ຂັ້ນ​ຕອນ​ທີ່​ສຳ​ຄັນ​ຄື: ແຕ້ມ​ຮູບ, ຕິດ​ເຈ້ຍ, ​ດາດ​ເຈ້ຍ, ຕັດ​ຮູບ, ​ແກະ​ລາຍດອກ​ໄມ້, ຖັກ​ແສ່ວ ແລະ​ອື່ນໆ. ປັດ​ຈຸ​ບັນ, ​ຊ່າງ​ສີ​ມື​ຫັດ​ຖະ​ກຳ​ອາ​ວຸ​ໂສ​ທີ່​ຮູ້​ວິ​ທີ​ເຮັດ​ໂຄມ​ໄຟ​ນີ້ ບໍ່ຫຼາຍ​ແລ້ວ.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ