ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ແລະ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ອາ​ຊຽນ+3 ​ຄັ້ງ​ທີ 21 ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ
2018-05-05 14:53:07  cri 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ແລະ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ອາ​ຊຽນ-ຈີນ,ຍີ່​ປຸ່ນ​ແລະ ສ ​ເກົາຫຼີ ຫຼື​ອາ​ຊຽນ​+ 3 ຄັ້ງ​ທີ 21 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມາ​ນິ​ລາ ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້​ໂດຍ​ໄດ້​ເນັ້ນ​ໃສ່​ຫົວ​ຂໍ້ຕ່າງໆ​ເປັນ​ຕົ້ນ ສະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ໂລກ​ແລະ​ພາກ​ພື້ນ, ການ​ຮ່ວມ​ມື​ດ້ານ​ການ​ເງິນ​ໃນ​ພາກ​ພື້ນ​ອາ​ຊຽນ+ 3 ແລະອື່ນໆ ທັງ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ.

ທີ່​ປະ​ຊຸມ​ເຫັນ​ວ່າ: ເສດ​ຖະ​ກິ​ດ​ໂລກ​ໄດ້​ປາ​ກົດ​ທ່ວງ​ທ່າ​ຟື້ນ​ຕົວ​ຂຶ້ນ​​ພ້ອມ​ກັນຢ່າງ​ແຂງ​ແຮງ, ພາກ​ພື້ນ​ອາ​ຊຽນ+ 3 ສືບ​ຕໍ່​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຢ່າງ​ໄວ​ສົມ​ຄວນ, ແຕ່​ຍັງ​ຄົງຜະ​ເຊີນ​ກັບ​ຄວາມ​ສ່ຽງ​ຕ່າງໆ​ເປັນ​ຕົ້ນ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຟື້ນ​ຕົວ​ຄືນ, ສະ​ພາບ​ການ​ເງິນ​ທົ່ວ​ໂລກ​ຮັດ​ກຸມ​ໄວ​ເກີນ​ຄາດ​ຄະ​ເນ​ແລະ​ອື່ນໆ. ອາ​ຊຽນ​ກັບ​ຈີນ,ຍີ່​ປຸ່ນແລະ​ສ ເກົາຫຼີ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ໃຊ້​​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເຊັ່ນ ນະ​ໂຍ​ບາຍ​ເງິນ​ຕາ,ນະ​ໂຍ​ບາຍ​ການ​ເງິນແລະ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ແລະ​ອື່ນໆ​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,ຍືນ​ຍົງ,ດຸນ​ທ່ຽງ​ແລະ​ກວມ​ລວມ. ບັນ​ດາ​ຝ່າຍ​ໄດ້​ກ່າວ​ຢ້ຳ​ສະ​ໜັບ​ສະ​ໜູນ​​ຂອບ​ການ​ຄ້າຫຼາຍ​ຝ່າຍ​ແລະ​ການ​ລົງ​ທຶນ​ແບບ​ເປີດ​ປະ​ຕູ​ແລະ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ, ເດັດ​ດ່ຽວ​ຕໍ່​ຕ້ານ​ລັດ​ທິ​ປົກ​ປ້ອງ​ໃນ​ທຸກ​ຮູບ​ແບບ, ລົງ​ເລິກ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃນ​ພາກ​ພື້ນ, ຊຸກ​ຍູ້​​ຂະ​ບວນການ​​ເສດ​ຖະ​ກິດເຊື່ອມ​ໂຍງ​ເຂົ້າ​ກັນ​ ແລະ​ການ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ຂະ​ນະ​ດຽວ​ກັນ, ບັນ​ດາ​ຝ່າຍ​ຍັງ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ການ​ເຄື່ອນ​ໄຫຼ​ຂອງ​ເງິນ​ທຶນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ຂອງ​ເສດ​ຖະ​ກິດເພື່ອຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ພາຍນອກ​ຢ່າງ​ເບັງ​ເກີດ​ຜົນ, ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ເສດ​ຖະ​ກິດ​​ແລະການ​ເງິນ​ຂອງ​ພາກ​ພື້ນ.

ໂອ​ກາດ​ປະ​ກອບ​ຄຳ​ຄິດ​ເຫັນ​ໃນ​ກອງ​ປະ​ຊຸມ, ທ່ານ​ຢ​ວີ​ເວີ້ຍ​ຜິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນກ່າວ​ວ່າ: ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຟື້ນ​ຕົວ​ຄືນ, ແຕ່​ກໍ​ບໍ່​ຄວນ​ປະ​ໝາດ​ຄວາມ​ສ່ຽງ​ຕ່າງໆ​ເປັນ​ຕົ້ນ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຟື້ນ​ຕົວ​ຄືນ,ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ​ຕື່ມ​ກໍ​ຄື​ສິ່ງ​ທ້າ​ທາຍ​ດ້ານ​ໂຄງ​ປະ​ກອບ​ໃນ​ໄລ​ຍະ​ກາງ​ແລະ​ຍາວ. ບັນ​ດາ​ຝ່າຍ​ຄວນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ລັດ​ທິຫຼາຍ​ຝ່າຍ, ປົກ​ປັກ​ຮັກ​ສາ​ຂອບ​ການ​ຄ້າຫຼາຍ​ຝ່າຍ,ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ມີ​ຄວາມ​ເສ​ລີ​ແລະ​ສະ​ດວກ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ