ເສີມ​ຂະຫຍາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອາ​ຊຽນຕື່ມ​ອີກ
2018-05-06 16:18:08  cri 

​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂ​ຈ​ໂຄ ວີ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ທ່ານຫຼີ​ເຄີ້ສຽງ ນາຍົກລັດ​ຖະມົນຕີ​ຈີນ​ຈະ​ເດີນທາງ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 6-8 ພຶດສະພາ​ນີ້ ​ແລະ ​ໃນ​ໄລຍະ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ, ທ່ານຫຼີ​ເຄີ້ສຽງ ຈະ​ຢ້ຽມຢາມສຳນັ​ກງານ​ເລຂາ​ອາ​ຊຽນທີ່​ຕັ້ງຢູ່​ນະຄອນຫຼວງຈາ​ກາ​ຕາ, ​ເຂົ້າຮ່ວມພິທີ​ເລີ່​ມຕົ້ນກິດຈະກຳ​ສະຫຼອງການ​ສ້າງການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນຄົບຮອບ 15 ປີ, ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກັບ​ເລຂາທິການ​ໃຫຍ່​ອາ​ຊຽນກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ. ທ່ານ​ຫວງ​ຊີ່ຫຼຽນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ວ່າ: ຈີນ​ແລະ​ອາ​ຊຽນຈະ​ເສີມ​ຂະຫຍາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຕື່ມ​ອີກ, ​ເສີມ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່ມີ​ຄວາມ​ທາດ​ແທ້​-ມີ​ຄວາມ​ກ້າວໜ້າຢ່າງ​ຍິ່ງ ​ແລະ ມີ​ລັກສະນະ​ພາກ​ພື້ນ-ລັກສະນະ​ທົ່ວ​ໂລກ​ຢ່າງ​ຍິ່ງ.

ທ່ານ​ຫວງ​ຊີ່ຫຼຽນ ຊີ້​ວ່າ: ປັດຈຸບັນ, ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ ​ໄດ້​ພັດທະນາ​ກາຍ​ເປັນ​ໜຶ່ງ​​ໃນ​ການ​ພົວພັນ​ທີ່​ມີ​ຊີວິດ​ຊີວາ ​ແລະ ມີ​ເນື້ອ​ໃນ​ສົມບູນ​ທີ່​ສຸດ​ໃນ​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ເຈລະຈາ​. ​ໃນ​ຕໍ່ໜ້າ, ຈີນ​ແລະ​ອາ​ຊຽນຈະ​ສຸມ​ໃສ່​​ເພີ່​ມທະວີ ​ແລະລົງ​ເລິກ​ການ​ຮ່ວມ​ມື​ໃນ​ 3 ຂົງ​ເຂດ​ເສົາຄ້ຳ ຄື ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ​ການ​ຄ້າ ​ແລະ ການ​ແລກປ່ຽນ​ດ້ານ​ວັດທະນະທຳ ​ເວົ້າ​ໂດຍ​ສັງ​ເຂ​ບ​ແລ້ວ ກໍ​ຄື "ສີ່​ຕື່ມ​ອີກ": ໜຶ່ງ, ​ເສີມ​ຂະຫຍາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ທາງ​ຍຸດທະ​ສາດ​ຕື່ມ​ອີກ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່ ສອງ, ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ແຕ່ລະ​ຝ່າຍ​ໃຫ້​ເຂົ້າສູ່​ລວງ​ເລິກ​ຕື່ມ​ອີກ ສ້າງ​ສະຖານະ​ການ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ມີ​ລະດັບ​ສູງ​ກວ່າ​ເກົ່າ ສາມ, ປັບປຸງການ​ແລກປ່ຽນ​ວັດທະນະທຳ​ຕື່ມ​ອີກ ປູກ​ຈິດ​ສຳນຶກ​ກ່ຽວ​ກັບ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ໃຫ້​ເຂົ້າ​ສູ່​ຈິດ​​ໃຈສ່ວນ​ເລິກ​ຂອງ​ປະ​ຊາ​ຊົນ ​ແລະ​ສີ່, ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ພາກ​ພື້ນ​ຕື່ມ​ອີກ ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ໃຫ້​ມີ​ການ​ເຊື່ອມ​ໂຍງ​ກວ່າ​ເກົ່າ.

ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ປະທານ​ໝູນວຽນ​ປະຈຳ​ປີ​ນີ້​ຂອງ​​ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກອາ​ຊຽນ ​ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກ​ອາ​ຊຽນກວມ​​ເອົາ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟິລິບປິນ ​ແລະ ບຣູ​ໄນ. ທ່ານ​ຫວງ​ຊີ່ຫຼຽນ ກ່າວ​ວ່າ: ຈີນ​ຈະຕັ້ງໜ້າ​ຫາລື​ກົນ​ໄກ​ການ​ຮ່ວມ​ມື​ກັບ​ເຂດ​ດັ່ງກ່າວ. ຂະນະ​ທີ່​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ເປັນ​ການ​ຕາບ​ຈູ​ນທີ່​ສຳຄັນ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ເສີມ​ສ້າງ​ເນື້ອ​ໃນ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃຫ້​ສົມບູນ ​ແລະ ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່.

ທ່ານ​ຫວງ​ຊີ່ຫຼຽນ ຍັງ​ຊີ້​​ໃຫ້​ເຫັນຕື່ມ​ວ່າ: ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ທີ່​ປະສົບ​ຜົນສຳ​ເລັດຫຼາຍທີ່​ສຸດ ​ແລະ ມີ​ພະລັງ​ຊີວິດ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ປາຊີ​ຟິກ ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ປົກ​ປ້ອງ​ເສດຖະກິດ​ໂລກາ​ພິວັດ ​ແລະ​ການ​ຄ້າ​ເສລີ ພ້ອມ​ທັງ​ຊຸກຍູ້​ສົ່ງ​ເສີມການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ