ພັກ​ກອມ​ມູນິດ​ຣັດ​ເຊຍ​ຈັດ​ຕັ້ງ​ປະຊາຊົນວາງ​ດອກ​ໄມ້​ຢູ່​ຕໍ່ໜ້າ​ອະນຸສາວະລີທ່ານ​ມາກ
2018-05-06 17:52:43  cri 
ວັນ​ທີ 5 ພຶດສະພາ​ນີ້, ພັກ​ກອມ​ມູນິດຣັດ​ເຊຍ​ໄດ້​ຈັດ​ຕັ້ງ​ປະຊາຊົນ​ວາງ​ດອກ​ໄມ້ຢູ່​ຕໍ່ໜ້າ​ອະນຸສາວະລີ​ທ່ານ​ຄານ​ມາກຢູ່​ນະຄອນຫຼວງ​ມົສກູ​ໂດຍພັກ​ກາ​ນ​ເມືອງ​ ​ແລະ​ອົງ​ການຈັດ​ຕັ້ງທາງ​ສັງຄົມຝ່າຍ​ຊ້າຍຣັດ​ເຊຍ ​ເຊັ່ນ ພັກ​ກອມ​ມູນິດ, ຂະ​ບວນການ​ແນວ​ໂຮມ​ຝ່າຍ​ຊ້າຍ, ທາດ​ແທ້​ເວລາ ​ແລະ​ສະຫະພັນ​ນາຍ​ທະຫານ​ໂຊ​ວຽດ​ໄດ້ຈັດຕັ້ງ​ປະຊາຊົນ​ເຂົ້າ​ຮ່ວມ​.

​ຫຼັງ​ສິ້ນ​ສຸດ​ກິດຈະກຳ​, ທ່ານ​ຈິ​ວກາ​ມົຟ ຜູ້ນຳ​ພັກ​ກອມ​ມູນິດຣັດ​ເຊຍ​ກ່າວ​ຕໍ່​ສື່​ມວນ​ຊົນ ​ແລະ​ປະຊາຊົນ​ວ່າ: "​ທິດ​ສະ​ດີ​ວ່າ​ດ້ວຍທຶນ" ​ແລະ "ຖ​ະ​ແຫຼ​ງການ​ພັກ​ກອມ​ມູນິດ" ຂອງ​ທ່ານ​ຄານ​ມາກ​ແມ່ນໜຶ່ງ​ໃນ​ຜົນງານທີ່​ມີ​ອິ​ດທິພົນ​ທີ່​ສຸດ​ໃນ​ສະຕະວັດ​ທີ 19 ​ແລະ​ສົນຣອດສູ່​ມື້​ນີ້​ກໍ​ຍັງ​ມີ​ບົດບາດ​ສຳຄັນຕໍ່​ການ​ພັດທະນາ​ຂອງ​ມວນ​ມະນຸດ.

ທ່ານອຸ​ຕາ​ລີ​ສຸ​ຟ ຫົວໜ້າຜູ້ປະສານ​ງານ​ຂະ​ບວນການ​ແຍງ​ໂຮມຝ່າຍຊ້າຍ ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງທັງ​ສັງຄົມຣັດ​ເຊຍກ່າວ​ຕໍ່​ນັກ​ຂ່າວ​ວ່າ: ສັງຄົມ​ນິຍົມ​ໄດ້​ຮັບ​ການ​ສືບ​ທອດ ​ແລະ​​ພັດທະນາ​ຢູ່​ຈີນ. ປັດຈຸບັນນີ້, ໝາກຜົນ​ຂອງພັກ​ກອມ​ມູນິດຈີນ​​ໄດ້​ເປັນ​ການ​ຢັ້ງຢືນ​ຄວາມ​ຖືກຕ້ອງ​ຂອງ​ລັດທິ​ມາກ ​ແລະ​ຫວັງ​ວ່າ​ທ່ານ​ຄານ​ມາກ​ ​ແລະ​​ແນວ​ຄິດ​ຂອງ​ທ່ານຈະ​ໄດ້ຮັບ​ຄວາມ​ເຂົ້າ​ໃຈ ​ແລະ​ຮັບຮອງຈາກ​ປະຊາຊົນຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ