ກອງ​ປະຊຸມ​ລັດຖະມົນຕີການ​​ເງິນ ​ແລະ​ຜູ້​ວ່າການ​ທະນາຄານ​ກາງ​ຈີນ, ຍີ່ປຸ່ນ ​ແລະ​ສ.​ເກົາຫຼີ​ຮຽກຮ້ອງ​ຄັດຄ້ານ​ລັດທິປົກ​ປ້ອງ​ການຄ້າ
2018-05-06 17:53:53  cri 
ວັນ​ທີ 4 ​ພຶດສະພາ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​​ການ​​ເງິນ ​ແລະ​ຜູ້​ວ່າການ​ທະນາຄານ​​ກາງຈີນ, ຍີ່ປຸ່ນ ​ແລະ​ສ.ເກົາຫຼີ​ຄັ້ງ​ທີ 18 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມາ​ນິລາ​ປະ​ເທດ​ຟິລິບ​ປິນ ​ໂດຍບັນດາ​ຝ່າຍ​ໄດ້​​ສຸມ​ໃສ່ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບສະພາບ​ເສດຖະກິດ​ມະຫາ​ພາກ​ຈີນ, ຍີ່​ປຸ່ນ ​ແລະ​ສ.​ເກົາຫຼີ, ການ​ຮ່ວມ​ມື​​ການເງິນ-ການ​ທະນາຄານພາກ​ພືນ ​ແລະຫົວ​ຂໍ້​ອື່ນໆ, ພ້ອມ​ທັງຮຽກຮ້ອງການ​ຮ່ວມ​​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ​ ​ເພື່ອ​ຮັບປະກັນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ເປີດ​ປະຕູສູ່​ພາຍ​ນອກ.

ບັນດາ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​​ໂດຍຮຽກຮ້ອງ​ໃຫ້ຮັກສາ​ສະ​ຕິລະວັງ​ຕົວ​ຕໍ່ຄວາມ​ສ່ຽງ​ທີ່​ອາດຈະ​ຂົ່ມຂູ່​​ເຖິງການ​ຟື້ນຕົວ​ຂອງ​ເສດ​ຖະກິດ​ໂລກ, ບັນດາ​ຝ່າຍ​ກໍ​ໃຫ້​ຄວາມ​ສົນໃຈຕໍ່​ຄວາມ​ສ່ຽງ​ທີ່​​ເກີດ​ຂຶ້ນ​ຈາກ​ການ​ເພີ່ມ​ທະວີ​ຂຶ້ນຂອງ​ລັດ​ທິປົກ​ປ້ອງການ​ຄ້າ, ບາງ​ປະ​ເທດ​ສຳຄັນ​ປັບ​ຂຶ້ນ​ອັດຕາ​ດອກ​​ເບຍ​ໃນ​ຈັງຫວະ​ໄວ​ເກີນຄາດໝາຍ​ ​ແລະມີ​ຄວາມ​ເຄັ່ງ​ຕຶງດ້ານ​ການ​ເມືອງ​ພູມ​ 2 ພາກ​ຍັງ​ມີ​ຢູ່​ເຊັ່ນ​ດຽວ​ກັນ.

ຖະ​ແຫຼ​ງການ​ເນັ້ນຕື່ມອີກ​ວ່າ: ຄັດຄ້ານ​ລັດທິປົກ​ປ້ອງ​ການ​ຄ້າ​​ໃນຮູບ​ແບບ​​ຕ່າງໆ, ຮຽກຮ້ອງ​ລະບົບ​ການ​ຄ້າ ​ແລະ​ການ​ລົງທຶນ​ທີ່​ບັນລຸ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ເພີ່ມ​ທະວີ​ຄວາມ​ສາມາດ​ ​ເພື່ອຮັບ​ມື​ກັບ​ການ​ກະທົບ​ຈາກພາຍ​ນອກ ​ແລະ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ ​ແລະ​ປະສານ​ງານລະຫວ່າງ​ຈີນ, ຍີ່​ປຸ່ນ ​ແລະ​ສ.​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ