ທ່ານ​ຢາງ​ແຈ​ສື​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ
2018-05-07 14:34:00  cri 
ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ກ່ຽວ​ຂ້ອງໃນ​ວັນ​ທີ 6 ພຶດ​ສະ​ພາ​ນີ້, ທ່ານ​ເກີງສວງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ຢາງແຈ​ສື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ​ໄດ້​​ລົມໂທ​ລະ​ສັບ​ກັບ​ທ່ານ​ໄມ​ເຄີ ພົມ​​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 5 ພຶດ​ສະ​ພາ​ນີ້, ​ເພື່ອແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ.

ທ່ານ​ເກີງ​​ສວງ ກ່າວ​ວ່າ, ທ່ານ​ຢາງ​ແຈ​ສື​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ, ​ແລະກ່າວ​ເນັ້ນ​ວ່າ​ຈີນ​ຍຶດ​ໝັ້ນ​ເພື່ອ​ບັນ​ລຸ​ປອດ​ອາ​ວຸດ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ, ຍຶດ​ໝັ້ນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ, ຍຶດ​ໝັ້ນ​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ. ຫວັງ​ວ່າ​ຝ່າຍ​ຕ່າງໆ​​ຈະ​ຕັ້ງ​ໜ້າພິ​ຈາ​ລະ​ນາ​​ແນວ​ຄິດ "ປະ​ຕິ​ບັດ​ສອງ​ໂຄ​ຈອນຄວບ​ຄູ່​ກັນ" ທີ່​ຈີນ​ສະ​ເໜີ, ພະ​ຍາ​ຍາມ​ຮັກ​ສາ​ທ່າ​ອ່ຽງ​ອັນ​ຕັ້ງ​ໜ້າ​ທີ່​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ບັນ​ດາ​ຝ່າຍ​ຢ່າງ​ສົມ​ດຸນ​ໃນ​ຂະ​ບວນ​ການ​ຊຸກ​ຍູ້​ປອດນິວ​ເຄຼຍ, ​ເພື່ອບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ແຫຼມ​ເກົາ​ຫຼີ​ກໍ​ຄື​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ