ທ່ານ​ຫຼີ​ເຄີ້​ສຽງ​ເລີ່ມ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ
2018-05-07 14:34:54  cri 
ຕອນ​ບ່າຍ​ວັນ​ທີ 6 ພຶດ​ສະ​ພາ​ນີ້, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ, ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດນ​ເຊ​ຍ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີ​ນ​ທາງ​ດ້ວຍ​ຍົນ​ພິ​ເສດ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ຊຸ​ຄະ​ໂນ ຮັດ​ທາຂອງ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ແລະເລີ່ມ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ປີ​ນີ້​ເປັນ​ປີ​ທີ່​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 5 ປີ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ຂ້າ​ພະ​ເຈົ້າ​​ກໍ​ເພື່ອ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ລົງ​ເລິ​ກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​​ຮັດ​ແໜ້ນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຫວັງ​ວ່າ​ສອງ​ຝ່າຍ​ຈະ​ທຳ​ຄວາ​ມ​ພະ​ຍາ​ຍາມ​ຮ່ວມ, ຊຸກ​ຍູ້​ສາຍ​ພົວ​ພັນແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ, ​ແລະສ້າງ​ຄວາມ​ຜາ​ສຸກ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ໃນ​ໄລ​ຍະ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ, ທ່ານ​ຫຼີ​ເຄີ້​ສຽງ​ຈະ​​ພົບ​ປະ​ກັບ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ, ຮ່ວມ​ກັນ​ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ, ແລະ​ເປັນ​ສັກ​ຂີ​ພິ​ຍານ​​ໃນ​ການ​ລົງ​ນາມ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດແລະ​ຮ່ວມ​ກັນ​ພົບ​ປະ​ກັບ​ນັກ​ຂ່າວ, ແລະ​ຈະ​ພົບ​ປະ​ກັບ​ທ່ານ​ຢູ​ຊຸ​ຟ ຄາ​ລາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ອິນ​ໂດ​ເນ​ເຊຍ. ນອກ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ຍັງ​ຈະ​ຢ້ຽມ​ຢາມ​ສຳ​ນັກ​ງານ​ເລ​ຂາ​ອາ​ຊຽນ​ປະ​ຈຳ​ຈາ​ກາ​ຕາ, ພົບ​ປະ​ກັບ​ທ່ານລິມ​ຈົກ​ໂຮຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ແລະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ຈີນ-ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 15 ປີອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ