ສື່ມວນ​ຊົນ​ສຳ​ຄັນ​ຂອງ​ອິນ​ໂດ​ເນ​ເຊຍ​ຫວັງ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫຼີ​ເຄີ້​ສຽງ​ສາ​ມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ແທ້​ຈິງ​ລະ​ຫວ່າງ​ສອງ​ຝ່າຍ
2018-05-07 14:36:13  cri 
ຕາມ​ຂ່າວ CRI: ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 8 ພຶດ​ສະ​ພາ​ນີ້, ​ແລະໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຈາກ​ສື່ມວ​ນ​ຊົນ​ສຳ​ຄັນ​ຂອງ​ອິນ​ໂດ​ເນ​ເຊຍ. ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI, ຜູ້​ຮັບ​ຜິດ​ຊອບ​ສື່ມວນ​ຊົນ​ເຫຼົ່າ​ນີ້​ກ່າວ​ວ່າ, ປີ​ນີ້​ເປັນ​ປີ​ທີ່​ຈີນ​ແລະ​ອິນ​ໂດ​ເນ​ເຊ​ຍ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 5 ປີ, ການ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ຫຼີ​ເຄີ້​ສຽງ​ ຄັ້ງ​ນີ້​ຈະ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທ້ດຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ທ່ານ M. ອີ​ຟັນ ລິ​ເມ ຫົວ​ໜ້າ​ສຳ​ນັກ​ງານ​ນັກ​​ຂ່າວ​ປະ​ຈຳ​ຈີນ​ຂອງ​ຂ່າວ​ສານ​ອັນ​ທະ​ຣາ​ເຊິ່ງ​ເປັນ​ຂ່າ​ວ​ສານ​​ທາງ​ການ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ທ່ານ​ຫຼີ​ເຄີ້​ສຽງ ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຄັ້ງ​ນີ້​ແມ່ນ​​ການເວ​ລາ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ພັດ​ທະ​ນາ​ຂຶ້ນ​ຕື່ມ​ອີກ, ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ຈະ​ນັບ​ມື້​ນັບ​ສົມ​ດຸນ​ຂຶ້ນ.

ທ່ານ​ນົວ ຣາ​ຢັນ​ໂທ, ບັນ​ນາ​ທິ​ການ​ອາ​ວຸ​ໂສ​ຂອງວາ​ລະ​ສານ "ແທມ​ໂພ" ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຫວັງ​ວ່າ​ຈີນ​ສາ​ມາດ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ເງິນ​ທຶນ​ແລະ​ເຕັກ​ນິກ​ໃຫ້​ແກ່​ການ​ພັດ​ທະ​ນ​ຂອງ​ອິນ​ໂດ​ເນ​ເຊຍ, ​ພິ​ເສດ​ແມ່ນ​ເຂດ​ພາກ​ຕາ​ເວັນ​ອອກ​ທີ່​ສອກ​ຫຼີກ​ຂອງ​ອິນ​ໂດ​ເນ​ເຊຍ.

ທ່ານ​ຊຸ​ນຸ ບຸ​ຕິ​ຮາ​ໂຈ, ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ໂທ​ລະ​ພາບ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລບິ​ນຸ​ສ​ອິນ​ໂດ​ເນ​ເຊຍ​ເຫັນ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ​ແລະ​ຈີນ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ອິນ​ໂດ​ເນ​ເຊຍ​ຢ່າງ​ໃຫຍ່​ຫຼວ​ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ