ລັດຖະມົນຕີ​ກະຊວງ​​ພາຍ​ໃນ​ປາ​ກິ​ສະ​ຖານ​ຖືກ​ຍິງໄດ້ຮັບ​ບາດ​​ເຈັບ​​
2018-05-07 17:24:19  cri 
ວັນ​ທີ 6 ພຶດສະພາ​ນີ້, ​ເຈົ້າ​ໜ້າທີ່​ຕຳຫຼວດ​ປາ​ກິ​ສະຖານ​ກ່າວ​ວ່າ: ທ່ານ​ອາຊານ ອີກບານ ລັດຖະມົນຕີ​ກະຊວງ​​ພາຍ​ໃນ​ປາ​ກິ​ສະຖານຖືກ​ຍິງ​ໄດ້​ຮັບ​ບາດ​​ໃນ​​ເວລາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຢູ່ພາກ​ຕາ​ເວັນ​ອອກ​ແຂວງປັນ​ຈັບ​ໃນວັນ​ດັ່ງກ່າວ ​ແລະ​ປັດຈຸບັນ​ຕຳຫຼວດກໍ​ສາມາດ​ຈັບ​ຜູ້​ກໍ່​ເຫດ​ໄດ້​ແລ້ວ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ຕອນ​ແລງ​ມື້​ດຽວ​ກັນ, ທ່ານ​ອີກ​ບານ​ໄດ້​​ເຂົ້າ​ຮ່ວມ​ກິດຈະກຳ​ຢູ່​ເຂດ​ນາ​ໂຣວານ​ແຂວງປັນຈັບ ​ແລະ​ໃນ​ເວລາ​ທີ່​ຈົບ​ປາ​ໄສ​ ​ແລະ​ຈະ​ຈາກ​ໄປ, ​ຜູ້​ກໍ່​ເ​ຫດ​ໄດ້​ຍິງ​ປືນ​ໃສ່​ຖືກ​ແຂນ​ຂວາ​ຂອງທ່ານ​ອີກບານ. ຜູ້​ກໍ່​ເຫດ​ແມ່ນ​ຜູ້​ຊາຍ​ທ້ອງຖິ່ນ​ທີ່​ມີ​ອາ​ຍຸ 22 ​ປີ ​ເຊິ່ງ​​ຕຳຫຼວດສາມາດ​ຈັບ​ໄດ້​ໃນ​ມື້​ດຽວ​ກັນ.

ປັດຈຸບັນ​ນີ້, ລັດຖະບານ​ປາ​ກິ​ສະ​ຖານ​ຍັງ​ບໍ່​ທັນ​ເປີດ​ເຜີຍຜົົນ​ການ​ສືບສວນ​ຫາ​ສາ​ເຫດຂອງ​ເຫດການ​ດັ່ງກ່າວ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ