ຕວກກີ​ຈະ​​ໃຊ້ມາດ​ຕະການ​ຕອບ​ໂຕ້ຖ້າ​ອາ​ເມ​ລິ​ກາ​ຢຸດຂາຍ​ອາວຸດ​ຕໍ່​ຕວກກີ
2018-05-07 17:29:55  cri 
ວັນ​ທີ 6 ພຶດສະພາ​ນີ້, ທ່ານ​​ເມັບ​ລຸດ ກະ​ວຸ​ໂສກ​ລູ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຕວກກີ​ກ່າວ​ວ່າ: ຖ້າ​ອາ​ເມ​ລິ​ກາ​ຢຸດ​ຂາຍ​ອາວຸດ​​ໃຫ້​ປະ​ເທດ​ຕົນ, ປະ​ເທດ​ຕົນກໍ​ຈະ​ປະຕິບັດ​ມາດ​ຕະການ​ຕອບ​ໂຕ້​ຄືນ​ເຊັ່​ນກັນ.

ວັນ​ທີ 4 ພຶ​ດສະພາ​ນີ້, ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ເນື້ອ​ໃນຂອງ​ຍັດຕິກົດໝາຍ​ມອບ​ສິດ​ປ້ອງ​ກັນ​ປະ​​ເທດ​ປະຈຳ​ປີ 2019. ຕາມ​ຍັດຕິກົດໝາຍ​ດັ່ງກ່າວ​ແລ້ວ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຕ້ອງ​ມອບ​ບົດ​ລາຍ​ງານ​ກ່ຽວ​ກັບ​ສາຍ​ພົວພັນ​ອາ​ເມ​ລິ​ກາ-ຕວກກີ​ໃຫ້ລັດຖະສະພາ​ອາ​ເມ​ລິ​ກາ ​ແລະ​​ກ່ອນ​ຈະ​ເຣັດບົດ​ລາຍ​ງານ​ສຳ​​ເລັດ ອາ​ເມ​ລິ​ກາ​ກໍຈະ​ຢຸດ​ຂາຍ​ອາວຸດ​ໃຫ້​ຕວກກີ​ເປັນ​ກາ​ນຊົ່ວຄາວ.

ທ່ານ​ກະ​ວຸ​ໂສກ​ລູ​ໄດ້​​ໃຫ້​ສຳພາດຕໍ່​ໂທລະພາບ​ທ້ອງ​ຖິ່ນ​ວ່າ: ປະ​ເທດ​ຕົນ​ບໍ່ຍອ​ມຮັບ​ການ​ຢຸດ​ຂາຍ​ເຮືອບິນສູ້ຮົບ F-35 ຂອງ​ອາ​ເມ​ລິກາ​ໃຫ້​ປະ​ເທດ​ຕົນ. ຖ້າ​ອາ​ເມ​ລິ​ກາ​​ໃຊ້​ມາດ​ຕະການ​ຂວ້ຳ​ບາດ​ຕວກກີ​ ເຊັ່ນ ​ຫ້າມ​ຂາຍ​ອາວຸດ​ໃຫ້​ຕວກກີ ຫຼື ຢຸດຕິການ​ອອກ​ວີ​ຊາ, ປະ​ເທດ​ຕົນກໍ​ຈະ​ປະຕິບັດ​ມາດ​ຕະການ​ຕອບ​ໂຕ້​ຄືນຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ