ເມືອງ​ເຊິງ​ຕົ່ວກິ່ງ​ແຂວງຢ​ວີ້​ຊູ້​ແຂວງ​ຊິງ​ໄຮ​ຈີນ​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 5,3 ລິກ​ເຕີ
2018-05-07 10:21:10  cri 
ຕາມ​ການ​ວັດ​ແທກ​ຂອງ​ອົງ​ການ​ວັດ​ແທກ​ແຜ່ນ​ດິນ​ໄຫວ​ຈີນ, ເມືອງ​ເຊິງ​ຕົ່ວກິ່ງ​ແຂວງຢ​ວີ້​ຊູ້​ແຂວງ​ຊິງ​ໄຮ​ຈີນ​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 5,3 ລິກ​ເຕີໃນ​ເວ​ລາ 17 ໂມງ 23 ນາ​ທີ​​ຂອງ​ວັນ​ທີ 6 ພຶດ​ສະ​ພາ​ນີ້, ​ຈຸດແຜ່ນ​ດິນ​ໄຫວ​ເລິກ 9 ກິ​ໂລ​ແມັດ, ​ຈຸດ​ສູນກາງ​ແຜ່ນ​ດິນ​ໄຫວ​ຕັ້ງ​ຢູ່​ເສັ້ນ​ຂະ​ໜານ​ເໜືອ 34,56 ອົງ​ສາ ແລະ ເສັ້ນ​ແວງ​ຕາ​ເວັນ​ອອກ 96,53 ອົງ​ສາ.

ປັດ​ຈຸ​ບັນ, ຍັງ​ບໍ່​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ຜູ້​ເສຍ​ຊີ​ວິດ, ຜູ້​ໄດ້​ຮັບບາດ​ເຈັບ ແລະ ຄວາ​ມ​ເສຍ​ຫາຍ​ດ້ານ​ຊັບ​ສິນເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ