ສ​ປ​ປ ເກົາຫຼີ​ກ່າວ​ປະ​ນາມ​ອາ​ເມ​ລິ​ກາ​ເຈດ​ຕະ​ນາ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ
2018-05-07 10:44:51  cri 
ວັນ​ທີ 6 ພຶດ​ສະ​ພາ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ​ກ່າວ​ວ່າ, ພາ​ຍ​ໃຕ້​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ໃນ​ປັດ​ຈຸ​ບັນ, ການ​ກະ​ທຳ​ຕ່າງໆ​​ທີ່​ກະ​ຕຸ້ນ​ ສ​ປ​ປ ເກົາຫຼີຂອງ​ອາ​ເມ​ລິ​ກາ​ "ມີ​ເຈດ​ຕະ​ນາ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ກັບ​ຄືນ​​ສູ່​ຈຸດ​ເດີມ".

ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ລາຍ​ງານ​ໃນ​ມື້ດ​ຽວ​ກັນ​ວ່າ, ໂຄ​ສົກ​ຜູ້​ນີ້​ໄດ້​ກ່າວ​ຄວາມ​ນີ້​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ເພີ່ມ​ຄວາມ​ກົດ​ດັນ​ຕໍ່ ສ​ປ​ປ ເກົ​າຫຼີ ໂດຍ​ກ່າວ​ວ່າ, ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອາ​ເມ​ລິ​ກາ​ໄດ້​​ຫວ່ານ​ຖ້ອຍ​ຄວາມ​ທີ່​ຜິດ​ພາດ ໂດຍ​ກ່າວ​ວ່າ, ສ​ປ​ປ ເກົາຫຼີ​ໄດ້​ສະ​ແດງ​ທ່າ​ທີ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ໃນ "ຖະ​ແຫຼງການ​ປານ​ມຸນ​ຈອມ" ແມ່ນ​ໝາກ​ຜົ​ນ​ຈາກ​ການ​ຂວ້ຳ​ບາດ.

ໂຄ​ສົກ​ຜູ້​ນີ້​ກ່າວ​ຕື່ມ​ວ່າ, ອາ​ເມ​ລິ​ກາ​ກ່າວ​ຢ່າງ​ບັງ​ອາດ​ວ່າ, ຈະ​ບໍ່ຫຼຸດ​ຜ່ອນ​ການ​ຂວ້ຳ​ບາດ​ຕໍ່ ສ​ປ​ປ ເກົາຫຼີ ແລະ ມີ​ເຈດ​ຕະ​ນາ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ, ຖ້າ​ອາ​ເມ​ລິ​ກາ​ຖື​ເອົາ​ຈິນ​ຕະ​ນາ​ການ​ຮັກ​ຫອມ​ສັນ​ຕິ​ພາບ​ຂອງ​ ສ​ປ​ປ ເກົາຫຼີ​ເປັນ​ການ​ກະ​ທຳ​ແບບ​ອ່ອນ​ແອ, ຈະ​ສືບ​ຕໍ່​ໃຊ້​ຄວາມ​ກົດ​ດັນ ແລະ ນາບ​ຂູ່​ ສ​ປ​ປ ເກົາ​ຫຼີ​ທາງ​ກາ​ນ​ທະ​ຫານ, ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາແຕ​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ