ສະ​ຖານ​ທູດ​ຈີນ​ເປີດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ເຂົ້າ​ຊົມ
2018-05-07 16:18:22  cri 


ວັນ​ທີ 5 ພຶດ​ສະ​ພານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ ໄດ້​ເຂົ້າ​ຮ່ວມກິດ​ຈະກຳ​ວັນ​ສະ​ຖານ​ທູດ​ທົ່ວ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ ວໍຊິງ​ຕັນ, ໂດຍ​ໄດ້​ເປີດ​ໃຫ້​ສາ​ທາ​ລະ​ນະ​ຊົນ​ເຂົ້າ​ຊົມ​ເປັນ​ຄັ້ງ​ທຳ​ອິດ. ຢູ່​ພາຍ​ໃນ​ແລະ​ນອກ​ສະ​ຖານ​ທູດ, ຍັງ​ໄດ້​ຈັດ​ການ​ສະ​ແດງ​ກັງ​ຟູ, ງິ້ວ​ປັກ​ກິ່ງ, ການ​ຟ້ອນ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ການ​ຂຽນ​ງາມ, ເຄື່ອງ​ເສບ​ດົນ​ຕີ, ສິ​ລະ​ປະ​ຊາ, ການ​ເຊີດ​ສິງ ແລະ​ອື່ນໆ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງວັດ​ທະ​ນະ​ທຳ​ຈີນ​ຢ່າງ​ເຕັມ​ສ່ວນ, ນອກນັ້ນ, ຍັງ​ໄດ້​ວາງ​ສະ​ແດງ​​ຜົນງານ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ ແລະ​ຍັງ​ມີ​ການ​ຊີມ​ອາ​ຫານ​ຈີນ​ອີກດ້ວຍ

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ