ອິດ​ສະ​ລາ​ແອນ​ກ່າວ​ວ່າ​ຈະ​ສະ​ກັດ​ກັ້ນ​ອີ​ຣານ​ໃນ​ການເປີດກວ້າງອິດ​ທິ​ພົນ​ຢູ່​ຊີ​ຣີ
2018-05-07 16:48:59  cri 
    ວັນ​ທີ 6 ພຶດ​ສະ​ພານີ້, ທ່ານ ເນ​ທັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ແອນ ກ່າວ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ວ່າ, ປະ​ເທດ​ຕົນ​ຈະ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອີ​ຣານ​ເປີດ​ກວ້າງ​ອິດ​ທິ​ພົນ​ດ້ານ​ການ​ທະ​​ຫານ​ທີ່​ແນ​ໃສ່​ປະ​ເທດ​ຕົນ​ຢູ່​ຊີ​ຣີ.

    ທ່ານ ເນ​​ທັນ​ຢາ​ຮູ ກ່າວ​ວ່າ, ຫຼາຍ​ເດືອນ​ຜ່ານ​ມາ, ກອງ​ທະ​ຫານ​ປ້ອງ​ກັນ​ປະ​ຕິ​ວັດ​ອີ​ຣານ ໄດ້​ຂົນ​ສົ່ງ​ອາ​ວຸດ​ທີ່​ກ້າວ​ໜ້າ​ທີ່​ໃຊ້​ໃນ​ການ​ບຸກ​ໂຈມ​ຕີ​ປະ​ເທດ​ຕົນ​ນັ້ນ​ໄປ​ສູ່​ຊີ​ຣີ, ອາ​ວຸດ​ເຫຼົ່າ​ນີ້​ລວມ​ທັງ​ຍົນ​ທີ່​ບໍ່​ມີ​ຄົນ​ຂັບ, ຂີ​ປະ​ນາ​ວຸດ​ແບບ​ໜ້າ​ດິນ​ໃສ່​ໜ້າ​ດິນ ແລະ​ອື່ນໆ. ທ່ານ​ກ່າວ​ຕື່ມ​ວ່າ, ປະ​ເທດ​ຕົນ​ບໍ່​ຢາກ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮຸນ​ແຮງ​ຂຶ້ນ, ແຕ່​ໄດ້​ກຽມ​ພ້ອມ​ທຸກ​ຢ່າງ​ແລ້ວ ໂດຍ​ຈະ​ສະ​ກັດ​ກັ້ນ​ການ​ກະ​ທຳ​ລ່ວງ​ລ້ຳ​ຂອງ​ອີ​ຣານ​ຕໍ່​ປະ​ເທດ​ຕົນ​ຢ່າງ​ເດັດ​ຂາດ ເຖິງ​ແມ່ນວ່າ​ຈະ​ໝາຍ​ເຖິງ​ສົງ​ຄາມບັ້ນ​ໜຶ່ງ​ກໍ​ຕາມ.

    ນອກນັ້ນ, ທ່ານ ເນ​​ທັນ​ຢາ​ຮູ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຕໍ່​ນັກ​ຂ່າວ​ຕ່າງ​ປະ​ເທດ​ທີ່​ຈັດ​ຂຶ້ນຫຼັງ​ກອງ​ປະ​ຊຸມ​ວ່າ, ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ​ຕ້ອ​ງ​ໄດ້​ປັບ​ປຸງ​ຢ່າງ​ຮອບ​ດ້ານ, ຖ້າ​ບໍ່​ດັ່ງ​ນັ້ນ ກໍ​ຕ້ອງ​ຍົກ​ເລີກ​ໝົດ, ຖ້າ​ຢາກ​ຈະ​ຮັກ​ສາ​ສະ​ພາບ​ໃນ​ປັ​ດ​ຈຸ​ບັນ​ຂອງ​ສັນ​ຍາ​ດັ່ງ​ກ່າວ, ອີ​ຣານ​ກໍ​ຈະ​ມີ​ສາງ​ອາ​ວຸດ​ນິວ​ເຄ​ລຍ​ພາຍ​ໃນ​ເວ​ລາ​ສັ້ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ