ນາ​ຍົກ​ຈີນ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ
2018-05-08 10:28:26  cri 
ຕອນ​ບ່າຍ​ວັນ​ທີ 7 ພຶດ​ສະ​ພາ​ນີ້, ຢູ່ສຳ​ນັກ​ງານເລ​ຂາອາ​ຊຽນ​ທີ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ລິມ​ຈອກ​ຮອຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຮ່ວມ​ມື​ກັບ​ອາ​ຊຽນ ແລະ​ຍິນ​ດີ​ຖື​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ​ເປັນ​ໂອ​ກາດ​ທີ່​ດີ​ເພື່ອ​ຮ່ວມ​ກັບ​ອາ​ຊ​ຽນ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃຫ້​ມີ​ລະ​ດັບ​ສູງຂຶ້ນກວ່າ​ເກົ່າ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ສອງ​ຝ່າຍ​ຄວນ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ, ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ຊຸກ​ຍູ້ການ​ເຈ​ລະ​ຈາ​ສັນ​ຍາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEPໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ.

ທ່ານ​ລິມ​ຈອກ​ຮອຍ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫຼີ​ເຄີ້​ສຽງ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ສຳ​ນັກ​ງານ​ກອງ​ເລ​ຂາ​ອາ​ຊຽນ​ທັງ​ຢືນ​ຢັນ​ວ່າ ອາ​ຊຽນ​ຍິນ​ດີ​ຕັ້ງ​ໜ້າ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ຂອງ​ສອງ​ຝ່າຍ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິ​ດ​ການ​ຄ້າ​ກັບ​ຈີນ​ຕື່ມ​ອີກ, ເປີດກວ້າງ​ການ​ໄປ​ມາ​​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄ​ະ​ລາ​ກອນ, ຮ່ວມ​ກັນ​ຮັກ​ສາ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ເປີດ​ປະ​ຕູ​ແລະ​ປະ​ຕິ​ບັດ​ຕາມລະ​ບຽບ​ການ, ສະ​ໜັບ​ສະ​ໜູນ​​ເພື່ອບັນ​ລຸ​ສັນ​ຍາRCEP​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົ​ນ​ສອງ​ຝ່າຍຫຼາຍກວ່າ​ເກົ່າ ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ