ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ
2018-05-08 16:25:15  cri 

CRI ລາຍ​ງານ​ວ່າ: ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສຳ​ນັກ​ງານ​ເລ​ຂາ​ອາ​ຊຽນ​ທີ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້ ໂດຍ​ໄດ້​ພົບ​ປະ​ກັບ​ທ່ານ​ລິມ​ຈອກ​ຮອຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທັງ​ກ່າວ​ປາ​ໄສ​ໃນ​ພິ​ທີ​ເປີດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ. ສອງ​ຝ່າຍ​ຢືນ​ຢັນ​ວ່າ: ຍິນ​ດີ​ຖື​ໂອ​ກາດ​ສະ​ເຫຼີມ​ສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ຄົບ​ຮອບ 15 ປີ​ເພື່ອ​ເສີມ​ຂະ​ຫຍາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ. ຈີນ-ອາ​ຊຽນ​ກຳ​ລັງ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ໃໝ່​ແຫ່ງ​ການ​ຮ່ວມ​ມື.


ເຈົ້າ​ໜ້າ​ທີ່​ອາ​ຊຽນ​ກ່າວ​ວ່າ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫຼີ​ເຄີ້​ສຽງ​ຢ້ຽມ​ຢາມ​ສຳ​ນັກ​ງານ​ເລ​ຂາ​ອາ​ຊຽນ​ທັງ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ​ເທື່ອ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ແລະ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຕໍ່​ໜ້າ. ອາ​ຊຽນ​ຍິນ​ດີ​​ຮ່ວມ​ກັບ​ຈີນເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​​ເພື່ອ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຊາວ​ໂລກ​ມີ​ເຫດ​ຜົນແລະ​ເຊື່ອ​ໝັ້ນ​ວ່າ: ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ຈະ​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ.ຈາກ​ການ​ສະ​ແດງ​ທ່າ​ທີ​ຂອງ​ສອງ​ຝ່າຍ​ສາ​ມາດ​ເຫັນ​ໄດ້​ວ່າ: ຈີນ​ແລະ​ອາ​ຊຽນ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຢ່າງຫຼວງຫຼາຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

ໜຶ່ງ: ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ. ທ່ານຫຼີ​ເຄີ້​ສຽງ ຢືນ​ຢັນ​ວ່າ ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ອາ​ຊຽນ. ທ່ານ​ລິມ​ຈອກ​ຮອຍ​ຢືນ​ຢັນ​ວ່າ ອາ​ຊຽນ​ຍິນ​ດີ​ຕັ້ງ​ໜ້າ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ.

ສອງ: ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຕື່ມ​ອີກ. ສອງ​ຝ່າຍ​ຢືນ​ຢັນ​ວ່າ ຍິນ​ດີ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ໃໝ່​ໃນ​ຂົງ​ເຂດ​ການ​ປະ​ດິດ​ສ້າງ​ແລະເສດ​ຖະ​ກິດ​ດີ​ຈີ​ຕອນ.

ສາມ: ຮ່ວມ​ກັນ​ຮັກ​ສາ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ເປີດ​ປະ​ຕູ​ແລະ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ. ສອງ​ຝ່າຍ​ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ໃຫ້​​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼື RCEP​ ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານຫຼີ​ເຄີ້​ສຽງ​ຢືນ​ຢັນ​ວ່າ: ຈີນ​ແລະ​ອາ​ຊຽນ​ຄວນ​ເປັນ​ຄູ່​ຮ່ວ​ມ​ມື​ທີ່​ພັດ​ທະ​ນາ​ຮ່ວມ​ກັນ, ຮ່ວມ​ກັນ​ສ້າງ​ສັນ​ຕິ​ພາບ,ເປີດ​ປະ​ຕູ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ບຸກ​ເບີກ​​ການປະ​ດິດ​ສ້າງ,ກວມ​ລວມ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ. ຈີນ​ຈະ​ສືບ​ຕໍ່​ເຄົາ​ລົບ​ສະ​ພາບ​ແຫ່ງ​ຊາດ​ແລະ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ແລະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ